ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸບັດຕິເຫດເຮຣີຄອບເຕີ້ຕົກ ໃນອັຟການິສຖານ


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ

ອົງການເນໂຕ້ກ່າວວ່າ ເຮືອບິນ ເຮຣີຄອບເຕີ້ລຳນຶ່ງ ໄດ້ປະສົບອຸ ບັດຕິເຫດຕົກໃນພາກໃຕ້ອັຟກາ ນິສຖານ ເຮັດໃຫ້ທະຫານກຳລັງ ປະສົມ 9 ຄົນເສຍຊີວິດ.

ນອກນັ້ນແລ້ວ ອຸບັດຕິເຫດໃນ ວັນອັງຄານມື້ນີ້ ຍັງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບອີກ 3 ຄົນ ຮວມທັງທະຫານກຳລັງປະສົມ ຄົນນຶ່ງ ທະຫານອັຟການິສຖານ ແລະພົນລະເຮືອນອະເມຣິກັນອີກຄົນນຶ່ງ.

ອົງການເນໂຕ້ກ່າວວ່າ ບໍ່ມີລາຍງານວ່າ ມີການຍິງໂຈມຕີຂອງຝ່າຍສັດຕູ ໃນບໍລິເວນທີ່ເກີດ ອຸບັດຕິເຫດແລະສາເຫດທີ່ພາໃຫ້ເຮືອບິນ ເຮຣີຄອບເຕີ້ລຳນີ້ຕົກ ກຳລັງຢູ່ໃນລະຫວ່າງການ ສືບສວນ.

ເວັບໄຊທ໌ອິດສະຫຼະ ທີ່ຕິດຕາມເບິ່ງຈຳນວນທະຫານເສຍຊີວິດ ໃນອັຟການິສຖານແຈ້ງວ່າ ອຸບັດຕິເຫດໃນວັນອັງຄານມື້ນີ້ ເຮັດໃຫ້ຈຳນວນທະຫານ ຕ່າງປະເທດ ທີ່ເສຍຊີວິດ ຢູ່ໃນ ອັຟການິສຖານ​ໃນປີນີ້ ເພີ້ມຂຶ້ນເປັນ 529 ຄົນ ຊຶ່ງເປັນຈຳນວນທີ່ສູງທີ່ສຸດໃນໄລຍະນຶ່ງປີ ນັບແຕ່ສົງຄາມ ໃນອັຟການິສຖານ ໄດ້ເລີ້ມຂຶ້ນໃນປີ 2001.

ໃນມື້ວານນີ້ ອົງການເນໂຕ້ກ່າວວ່າ ທະຫານອັຟການິສຖານ ແລະກຳລັງປະສົມ ຈັບໄດ້ຜູ້ບັນ ຊາການ ຂອງກຸ່ມທາລີບານຄົນນຶ່ງແລະສັງຫານ ພວກກະບົດທາລີບານອີກ 2 ຄົນ ໃນການ ບຸກເຂົ້າໄປກວດຄົ້ນ ເຮືອນຫຼັງນຶ່ງ ທີ່ແຂວງ Baghlan ໃນພາກເໜືອ ອັຟການິສຖານ.

ໃນຖະແຫຼງຂ່າວທີ່ທຳອອກເຜີຍແຜ່ໃນວັນອັງຄານມື້ນີ້ ອົງການເນໂຕ້ກ່າວວ່າ ຜູ້ບັນຊາການ ທາລີບານທີ່ຖືກຈັບໄດ້ນັ້ນ​ໄດ້​ມີສ່ວນພົວພັນກັບການໂຈມຕີຫຼາຍໆຄັ້ງໃນລະຫວ່າງການເລືອກ ຕັ້ງ ຢູ່ໃນອັຟການິສຖານ ໃນມື້ວັນເສົາຜ່ານມານີ້.

XS
SM
MD
LG