ຝຣັ່ງກ່າວວ່າ ຕົນວາງແຜນທີ່ຈະຖອນ 1/4 ຂອງຈໍານວນທະຫານຂອງຕົນອອກໄປຈາກ
ອັຟການີສຖານ ພາຍໃນທ້າຍປີ 2012.
ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ໄດ້ກ່າວໃນລະຫວ່າງການຢ້ຽມຢາມອັຟ
ການີສຖານ ທີ່ບໍ່ໄດ້ປະກາດໃຫ້ຊາບລ່ວງໜ້າ ໃນວັນອັງຄານມື້ນີ້ວ່າ ທະຫານຈໍານວນ
1 ພັນຄົນ ຈະອອກຈາກປະເທດດັ່ງກ່າວໄປໃນທ້າຍປີໜ້ານີ້. ທ່ານຍັງໄດ້ກ່າວວ່າ ສ່ວນ
ທະຫານທີ່ຍັງເຫລືອຢູ່ 3000 ຄົນນັ້ນ ສ່ວນໃຫຍ່ແມ່ນຈະປະຈໍາການຢູ່ທີ່ແຂວງ
Kapisa ທາງພາກຕາເວັນອອກຂອງປະເທດ.
ການຢ້ຽມຢາມອັຟການີສຖານຂອງປະທານາທິບໍດີ Sarkozy ແມ່ນມີຂຶ້ນນຶ່ງມື້ ຫຼັງຈາກ
ທະຫານຝຣັ່ງຄົນນຶ່ງໄດ້ເສຍຊີວິດ ຫລັງຈາກອຸບັດຕິເຫດຖືກຍິງໂດຍທະ ຫານອີກຄົນນຶ່ງ.
ການສອບສວນໄດ້ໄຂຂຶ້ນແລ້ວ ເພື່ອໃຫ້ຮູ້ເຖິງສາເຫດຂອງອຸບັດຕິເຫດທີ່ເກີດຂຶ້ນນັ້ນ.
ໄດ້ມີທະຫານຝຣັ່ງທັງໝົດ 64 ຄົນເສຍຊີວິດໃນສົງຄາມທີ່ອັຟການີສຖານນັບຕັ້ງແຕ່ປີ
2001 ເປັນຕົ້ນມາ.
ຄາດວ່າ ພວກທະຫານນາໆຊາດທັງໝົດຈະເດີນທາງອອກຈາກອັຟການີສຖານພາຍໃນ
ທ້າຍປີ 2014 ໂດຍຈະມອບໂອນການຮັກສາຄວາມປອດໄພໃຫ້ແກ່ກອງກໍາລັງທ້ອງຖິ່ນ
ເປັນຜູ້ຮັບພາລະເອງ.