ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນອັຟການິສຖານ ເດີນຂະບວນປະທ້ວງ ຕໍ່ຕ້ານປາກິສຖານ


ຊາວອັຟການິສຖານທີ່ສູງອາຍຸຄົນນຶ່ງຮ້ອງຄຳຂວັນຕໍ່ຕ້ານປາກິສຖານ ໃນລະຫວ່າງການປະທ້ວງ ທີ່ນະຄອນຫຼວງ ກາບູລ (2 ກໍລະກົດ 2011)
ຊາວອັຟການິສຖານທີ່ສູງອາຍຸຄົນນຶ່ງຮ້ອງຄຳຂວັນຕໍ່ຕ້ານປາກິສຖານ ໃນລະຫວ່າງການປະທ້ວງ ທີ່ນະຄອນຫຼວງ ກາບູລ (2 ກໍລະກົດ 2011)

ໃນວັນເສົາມື້ນີ້ ຊາວອັຟການິສຖານຈຳນວນຫຼາຍຮ້ອຍຄົນທີ່ນະຄອນຫຼວງກາບູລ ໄດ້ພາກັນ
ເດີນຂະບວນປະທ້ວງຕໍ່ອັນທີ່ອັນທີ່ອັຟການິສຖານເອີ້ນວ່າເປັນການໂຈມຕີດ້ວຍຈະຫຼວດຂ້າມ
ຊາຍແດນຈາກປາກິສຖານທີ່ເຮັດໃຫ້ປະຊາຊົນຫຼາຍສິບຄົນເສຍຊີວິດໄປນັ້ນ.

ພວກເດີນຂະບວນພາກັນໂຫ່ຮ້ອງວ່າ “ປາກິສຖານຈົ່ງຈິບຫາຍ” ໃນຂະນະທີ່ເຂົາເຈົ້າໂຮມຊຸມ
ນຸມປະທ້ວງຕໍ່ຕ້ານການເສຍຊີວິດຂອງປະຊາຊົນ 36 ຄົນຮວມທັງພວກເດັກນ້ອຍຈຳນວນນຶ່ງ ໃນໄລຍະສອງສາມອາທິດຜ່ານມານີ້.

ໃນມື້ວັນຈັນແລ້ວປະທານາທິບໍດີອັຟການິສຖານທ່ານ Hamid Karzai ໄດ້ພົບປະກັບຜູ້ບັນ
ຊາການທະຫານປາກິສຖານນາຍພົນ Ashfaq Kayani ຢູ່ທີ່ນະຄອນຫຼວງກາບູລເພື່ອທວງ ໃຫ້ປາກິສຖານຢຸດເຊົາການໂຈມຕີດ້ວຍຈະຫຼວດຂ້າມຊາຍແດນ.

ໂຄສົກຂອງກອງທັບປາກິສຖານພົນຕີ Athar Abbas ກ່າວໃນມື້ວັນຈັນແລ້ວນີ້ວ່າກອງທັບ
ປາກິສຖານບໍ່ໄດ້ຕັ້ງໃຈທີ່ຈະຍິງຈະຫຼວດຂ້າມຊາຍແດນເຂົ້າໄປໃນອັຟການິສຖານ ແຕ່ມີບາງ
ລູກອາດໄດ້ຂ້າມເຂດແດນເຂົ້າໄປໃນອັຟການິສຖານດ້ວຍຄວາມບັງເອີນຂະນະທີ່ກຳລັງຮັກສາ
ຄວາມສະຫງົບຂອງປາກິສຖານແນເປົ້າໝາຍໃສ່ພວກຫົວຮຸນແຮງທີ່ພວມພາກັນຫຼົບໜີໄປນັ້ນ.
ມີລາຍງານວ່ານາຍພົນ Kayani ໄດ້ກ່າວຕໍ່ທ່ານ Karzai ວ່າເລື່ອງດັ່ງກ່າວນີ້ຈະມີການສືບ
ສວນເບິ່ງ.

ນອກນັ້ນແລ້ວນາຍພົນ Abbas ຍັງເວົ້າວ່າ ໃນຮອບເດືອນຜ່ານມານີ້ພວກຫົວຮຸນແຮງຈາກ
ອັຟການິສຖານໄດ້ໂຈມຕີຄ້າຍທະຫານປາກິສຖານ 5 ບ່ອນຊຶ່ງທ່ານເວົ້າວ່າການໂຈມຕີຂ້າມ
ຊາຍແດນທີ່ວ່ານີ້ ເຮັດໃຫ້ກຳລັງທະຫານບ້ານຂອງປາກິສຖານ 55 ຄົນ ເສຍຊີວິດແລະອີກ
80 ຄົນໄດ້ຮັບບາດເຈັບໃນເຂດຊົນເຜົ່າທາງພາກຕາເວັນຕົກສຽງເໜືອຂອງປາກິສຖານ.

ຄວາມສຳພັນລະຫວ່າງອັຟການິສຖານແລະປາກິສຖານ ໄດ້ມີຄວາມເຄັ່ງຕຶງມາເປັນເວລາດົນ
ນານແລ້ວກ່ຽວກັບການກ່າວຫາທີ່ວ່າອີກຝ່າຍນຶ່ງບໍ່ໄດ້ດຳເນີນການຢ່າງພຽງພໍເພື່ອສະກັດກັ້ນ
ການຫຼັ່ງໄຫຼພວກຫົວຮຸນແຮງໃນບໍລິເວນຊາຍແດນທີ່ສາມາດແຊກຊຶມໄດ້ງ່າຍນັ້ນ.

XS
SM
MD
LG