ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອັຟການິສຖານ ປ່ອຍນັກໂທດ 65 ຄົນ ຈາກຄຸກ Parwan (ວີດີໂອ)


ຄຸກ Parwan ຂອງອັຟການິສຖານ
ຄຸກ Parwan ຂອງອັຟການິສຖານ
ອັຟການິສຖານ ໄດ້ປ່ອຍ 65 ຄົນ ທີ່ຖືກກ່າວຫາວ່າເປັນພວກຫົວ
ຮຸນແຮງຈາກຄຸກ ທີ່ເຄີຍເປັນບ່ອນຄຸມຂັງເກົ່າ ຂອງສະຫະລັດໃກ້
ຖານທັບອາກາດ Bagram ທັງໆທີ່ໄດ້ ມີການຕຳໜິຕິຕຽນ ຢ່າງ
ໜັກຈາກສະຫະລັດ.

ເຈົ້າໜ້າທີ່ອັຟການິສຖານກ່າວໃນວັນພະຫັດນີ້ວ່າ ພວກນັກໂທດ
ໄດ້ຖືກປ່ອຍ ຈາກຄຸກ Parwan ໃນຕອນເຊົ້າມື້ນີ້. ຮວມຢູ່ໃນບັນ
ດາພວກນັກໂທດທີ່ໄດ້ມີກໍາໜົດວ່າຈະຖືກປ່ອຍນັ້ນກໍມີທ້າວ Mo-
hammad Wali ທີ່ທາງການສະຫະລັດເວົ້າວ່າເປັນນັກຊ່ຽວຊານ
ດ້ານລະເບີດ ຂອງພວກຕາລີບານທີ່ແນເປົ້າໝາຍໃນການໂຈມຕີ
ໃສ່ທະຫານສະຫະລັດແລະອັຟການິສຖານນັ້ນ.

ສະຫະລັດໄດ້ທຳການປະທ້ວງກ່ຽວກັບການປ່ອຍພວກນັກໂທດເຫຼົ່ານີ້ ນັບຕັ້ງແຕ່ປະທານາ ທິບໍດີຮາມິດ ກາໄຊ ປະກາດມາໄດ້ຫຼາຍອາທິດແລ້ວວ່າ ລັດຖະບານທ່ານ ໄດ້ທົບທວນເບິ່ງ ຄະດີຂອງພວກນັກໂທດເຫຼົ່ານີ້ ແລະພົບວ່າ ພວກເຂົາບໍ່ມີຄວາມຜິດຫຍັງ ແລະສັ່ງໃຫ້ປ່ອຍ ໂຕເຂົາເຈົ້າ.

ທ່ານກາໄຊກ່າວວ່າສະພາບການຢູ່ໃນຄຸກດັ່ງກ່າວໄດ້ຫັນປ່ຽນພວກນັກໂທດເຫຼົ່ານີ້ໃຫ້ກາຍ ເປັນຄົນຕໍ່ຕ້ານປະເທດຂອງຕົນ ແລະໄປຈົງຮັກພັກດີຕໍ່ພວກຕາລີບານ.

ສະຫະລັດ ຢາກໃຫ້ນຳເອົາພວກນັກໂທດເຫຼົ່ານີ້ ໄປຂຶ້ນສານ ຂອງອັຟການິສຖານ.

Afghan Prisoners
please wait
Embed

No media source currently available

0:00 0:00:28 0:00
XS
SM
MD
LG