ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສະແດງຄວາມຍິນດີ ທີ່ກຸ່ມຕາລີບານ ຢຸດຍິງໃນວັນບຸນ ອີດ-ອາລ-ຟີດເທີ


ພວກຜູ້ຊາຍອັຟກາສິນຖານ ພາກັນຕຽມຫີບສົບໃຫ້ແກ່ພວກເດັກ ນ້ອຍທີ່ຖືກຂ້າຕາຍຈາກການວາງລະເບີດ ໃນນະຄອນກາບູລ ວັນທີ 9 ພຶດສະພາ 2021.
ພວກຜູ້ຊາຍອັຟກາສິນຖານ ພາກັນຕຽມຫີບສົບໃຫ້ແກ່ພວກເດັກ ນ້ອຍທີ່ຖືກຂ້າຕາຍຈາກການວາງລະເບີດ ໃນນະຄອນກາບູລ ວັນທີ 9 ພຶດສະພາ 2021.

ສະຫະລັດໃນວັນຈັນວານນນີ້ ໄດ້ສະແດງຄວາມຍິນດີກັບການປະກາດຢຸດຍິງຂອງກຸ່ມ
ຕາລິບານ ຢູ່ໃນທົ່ວປະເທດອັຟການິສຖານ ໃນອາທິດຂອງບຸນອີດ-ອາລ-ຟີດເທີ (Eid-
al-Fitr) ໂດຍເນັ້ນຢໍ້າວ່າ ວໍຊິງຕັນໄດ້ຮຽກຮ້ອງໃຫ້ພວກ ກະບົດອິສລາມດັ່ງກ່າວ ແລະ
ບັນດາຜູ້ນຳອັຟການ ເຈລະຈາເພື່ອຍຸຕິ “ຄວາມ ຮຸນແຮງທີ່ໄຮ້ຈິດສຳນຶກດັ່ງກ່າວ.”

ໃນກອງປະຊຸມຖະແຫງຂ່າວທີ່ມີຂຶ້ນເປັນປະຈຳນັ້ນ ໂຄສົກກະຊວງຕ່າງປະເທດ ທ່ານເນດ ໄພຣສ໌ ຍັງໄດ້ປະນາມການວາງລະເບີດ ໃນວັນເສົາທີ່ຜ່ານມາ ໃສ່ ໂຮງຮຽນເດັກນ້ອຍແມ່ຍິງໃນນະຄອນຫຼວງກາບູລ ຂອງອັຟການິສຖານ.

ທ່ານໄພຣສ໌ ກ່າວໂດຍການໃຊ້ຊື່ຫຍໍ້ຂອງກຸ່ມລັດອິສລາມໂດຍເວົ້າວ່າ “ເຫດຜົນ ຂອງການວາງລະເບີດໃນວັນທ້າຍອາທິດຜ່ານມານີ້ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ. ມີຮ່ອງຮອຍຈຳນວນນຶ່ງສະແດງໃຫ້ເຫັນວ່າ ນີ້ອາດເປັນນ້ຳມືຂອງກຸ່ມ ISIS ແລະ ບໍ່ແມ່ນຂອງກຸ່ມຕາລິບານ.”

ທ່ານກ່າວວ່າ “ພວກເຮົາຍັງກຳລັງສຶກສາເບິ່ງຢູ່ວ່າ ແມ່ນຫຍັງ ຫຼືໃຜ ເປັນຜູ້ຮັບ ຜິດຊອບ ແຕ່ຂ້າພະເຈົ້າຈະໃຫ້ຂໍ້ສັງເກດວ່າ ກຸ່ມ ISIS ເປັນຜູ້ຮັບຜິດຊອບ ໃນ ການໂຈມຕີທີີ່ຄ້າຍຄືກັນ ຢູ່ໃນປະຊາຄົມຂອງຊາວຊີໄອ (Shia) ທີ່ນະຄອນກາ ບູລ ໃນໄລຍະທີ່ຜ່ານມາ.”

ການໂຈມຕີໄດ້ເກີດຂຶ້ນ ໃນຄຸ້ມບ່ອນຊົນເຜົ່າມຸສລິມຮາຊາຣາ ຊີໄອ ຢູ່ດາສ-ອີ-ບາຈີ ຂອງນະຄອນກາບູລ ບ່ອນທີ່ກຸ່ມລັດອິສລາມໄດ້ທຳການໂຈມຕີຊໍ້າແລ້ວຊໍ້າ ອີກຕໍ່ໂຮງຮຽນ ສະຖານທີ່ການແພດ ແລະບ່ອນສັກກາລະບູຊາຂອງຊາວຊີໄອ. ຢ່າງໜ້ອຍ 60 ຄົນ ຊຶ່ງສ່ວນໃຫຍ່ເປັນເດັກນ້ອຍແມ່ຍິງທີ່ເຂົ້າໂຮງຮຽນ ໄດ້ຖືກ ຂ້າຕາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG