ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທີ່ປຶກສາພົນລະເຮືອນ ອາເມຣິກັນ ຖືກສັງຫານ ຢູ່ອັຟການິສຖານ


ຕໍາຫລວດແມ່ຍິງ ໃນອັຟການິສຖານ
ຕໍາຫລວດແມ່ຍິງ ໃນອັຟການິສຖານ
ບັນດາເຈົ້າ​ໜ້າ​ທີ່ ອັຟກາ​ນິສຖານແລະອົງການ NATO ກ່າວ​
ວ່າ ຕໍາຫລວດແມ່ຍິງອັ​ຟກາ​ນິສຖານຄົນ​ນຶ່ງ ​ໄດ້​ສັງຫານ​ທີ່​ປຶກ
ສາຊາວ​ອາ​ເມຣິກັນພົນລະ​ເຮືອນຄົນ​ນຶ່ງ​ ​ຢູ່ໃນ​ເມືອງຫລວງກາ​ບູລ​.

ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ຕໍາຫລວດຍິງ​ຄົນ​ນັ້ນ ​ໄດ້​ສັງຫານທີ່​ປຶກສາອາ​ເມຣິກັນ ​ໃນ​ວັນ​ຈັນມື້​ນີ້ ທີ່​ກອງ​ບັນຊາ​ການ​ຕໍາ​ຫລວດ ​ທີ່​ມີ​ການ​ຍາມ​ຢ່າງ​ໜາ​ແໜ້ນ ໃນກຸງ​ Kabul ​ແລະ​ຜູ້ກ່ຽວ​ໄດ້​ຖືກ​ກໍາລັງ​ອັຟກາ​ນິສຖານ​ຈັບ​ໄວ້​ແລ້ວ.

ລາຍ​ງານ​ຂ່າວ​ສື່​ມວນ​ຊົນ​ເວົ້າ​ວ່າ ຜູ້​ຕ້ອງ​ສົງໄສ​ເປັນ​ຕໍາຫລວດ​ຍິງ ຊື່ Nargis ​ເຮັດ​ວຽກ​ຢູ່​ກົມ ຄວາມ​ສະ​ເມີ​ພາບ​ທາງ​ກົດໝາຍ​ແລະ​ລະຫວ່າງ​ເພດ ຂອງ​ກະຊວງ​ພາຍ​ໃນ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ການ​ຍິງຄັ້ງ​ນີ້ “​ເປັນ​ການ​ໂຈມ​ຕີ​ຈາກ​ພາຍ​ໃນ” ອີກ​ບັ້ນ​ນຶ່ງ ທີ່​ກໍາລັງ​ອັຟກາ​ນິສຖານຫັນ​ມາ​ໃຊ້ປືນ​ຂ​ອງ​ເຂົາ​ເຈົ້າໂຈມ​ຕີສະມາ ຊິກ​ຂອງ​ກໍ​າລັງ​ປະສົມຂອງ​ຝ່າຍ​ຕາ​ເວັນ​ຕົກ ທີ່ເຮັດ​ວຽກ​ຮ່ວມ​ກັບພວກ​ເຂົາ​ເຈົ້ານັ້ນ ​ແລະ​ເປັນເທື່ອ​ທໍາ​ອິດ​ທີ່​ແມ່ຍິງ​ເປັນ​ຜູ້​ທໍາ​ການ​ໂຈມ​ຕີ​ແບບນີ້.
XS
SM
MD
LG