ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ບິນ​ອັຟະການິສະຖານຕົກ​


ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນີສຖານ​ກ່າວ​ວ່າ ​ເຮືອ​ບິນໂດຍສານ
ພາຍ​ໃນປະ​ເທດ​ລຳ​ນຶ່ງ​ໄດ້​ເກີດ​ອຸບັດ​ເຫດ​ຕົກລົງ​ໃນ​ມື້​ນີ້ ​
ໃນ​ຖ້ຽວ​ບິນຂອງ​ສາຍການບິນ Pamir Airways ​ ໃນ​ວັນ​
ຈັນມື້​ນີ້ ຊຶ່ງ​ບັນຈຸ​ຄົນ​ໂດຍສານ​ພ້ອມ​ດ້ວຍລູກ​ເຮືອ​ຈຳນວນ
ປະມານ40 ຄົນ​ຮວມທັງ​ຊາວ​ຕ່າງ​ຊາດ​ນຳ.ເຮືອບິນ​ລຳ​ນີ້​
ບິນ​ອອກ​ຈາກ​ເມືອງ Kunduz ​ໃນ​ພາກ​ເໜືອ​ຂອງ​ອັຟກາ​
ນີສຖານ​ໃນ​ວັນ​ຈັນ​ມື້​ນີ້ແລະ​ມຸ່ງ​ໜ້າ​ໄປ​ສູ່​ກຸງ​ຄາ​ບູລ ນະຄອນ
ຫລວງຂອງ​ປະ​ເທດ.

ອົງການ​ຂ່າວ AP ກ່າວ​ວ່າ ພວກ​ຊ່ອຍ​ກູ້​ໄພ​ກຳລັງ​ມຸ່ງ​ໜ້າ​ໄປ​ຍັງບ່ອນ​ເກີດ​ເຫດ​
ຢູ່​ໃກ້ໆ​ກັບ​ທາງ​ຜ່ານຮ່ອມ​ພູ Salang Pass ​ໄປ​ຫາ​ພູ​ເຂົາ Hindu Kush
ທາງ​ພາກ​ເໜືອ​ຂອງ​ນະຄອນຫລວງ​ກຸງ​ຄາ​ບູລນັ້ນ.

ລາຍ​ງານສື່​ມວນ​ຊົ​ນ​ໃນ​ອັຟກາ​ນີສຖານ​ກ່າວ​ວ່າ ຖ້ຽວ​ບິນ​ຂອງ​ສາຍ​ການບິນ​ພານິດ​
ໄດ້​ກາຍ​ມາ​ເປັນ​ພາຫະນະ​ຂອງ​ການ​ຂົນ​ສົ່ງທີ່​ຄົນ​ນິຍົມ​ກັນ​ໃຊ້​ໃນ​ທົ່ວ​ປະ​ເທດ
ຍ້ອນ​ສະຖານະ​ການ​ດ້ານ​ຄວາມ​ປອດ​ໄພ​ທີ່ຊຸດໂຊ​ມລົງ​ຂອງ​ອັຟກາ​ນີສຖານ​ນັ້ນ.

XS
SM
MD
LG