ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອັຟການິສຖານ ແລະ ກຸ່ມຕາລີບານ ປະຕິເສດ ຕໍ່ການສົ່ງທູດພິເສດ ໄປຮ່ວມ ການເຈລະຈາ ທີ່ເທີກີ


ບັນດາສະມາຊິກ ຂອງກຸ່ມທີ່ແຍກໂຕອອກມາຈາກ ກຸ່ມຕາລີບານ ພາກັນຍ່າງມາເຕົ້າໂຮມກັນ ໃນເຂດເມືອງ ຊີນແດັນ ຂອງແຂວງເຮີຣາຕ, ອັຟການິິສຖານ, ວັນທີ 27 ພຶດສະພາ 2016.
ບັນດາສະມາຊິກ ຂອງກຸ່ມທີ່ແຍກໂຕອອກມາຈາກ ກຸ່ມຕາລີບານ ພາກັນຍ່າງມາເຕົ້າໂຮມກັນ ໃນເຂດເມືອງ ຊີນແດັນ ຂອງແຂວງເຮີຣາຕ, ອັຟການິິສຖານ, ວັນທີ 27 ພຶດສະພາ 2016.

ຄະນະເຈລະຈາຂອງລັດຖະບານອັຟການິສຖານ ແລະພວກເຈົ້າໜ້າທີ່ຂອງກຸ່ມຕາລີບານ
ໄດ້ເປີດການເຈລະຈາ “ແບບບໍ່ເປັນທາງການ” ທີ່ປະເທດເທີກີເພື່ອສົນທະນາຫາລື
ກ່ຽວກັບ ການປູພື້ນຖານໄປສູ່ ການລິເລີ້ມເພື່ອເປີດການເຈລະຈາ ຢ່າງເປັນທາງການ
ລະຫວ່າງ ລັດຖະບານ ແລະ ກຸ່ມກະບົດດັ່ງກ່າວ.

ລາຍງານກ່ຽວກັບການເຈລະຈາຂັ້ນຕົ້ນ ລະຫວ່າງທັງສອງຝ່າຍໃນວັນອາທິດທີ່ຜ່ານມາ
ຂອງໜັງສືພິມທ້ອງຖິ່ນ ທີ່ເຂົ້າຮ່ວມກ່າວວ່າ ລັດຖະບານເທີກີ ໄດ້ໃຫ້ ການຮ່ວມມື ໃນ
ການເປີດ ການເຈລະຈາທີ່ບໍ່ເປັນທາງການໂດຍກົງ ລະຫວ່າງ ທັງສອງຝ່າຍ.

ແຕ່ແນວໃດກໍຕາມ ທັງລັດຖະບານອັຟການິສຖານ ແລະກຸ່ມຕາລີບານ ຕ່າງກໍໄດ້ວາງໂຕ
ຫ່າງໆໄວ້ ຈາກການພົບປະຢູ່ປະເທດເທີກີ.

ທ່ານຊາ ຮຸສເຊນ ມໍຕາຊາວີ ໂຄສົກຂອງປະທານາທິບໍດີອັຟການິສຖານກ່າວຕໍ່ ວີໂອເອ
ວ່າ “ພວກທີ່ເຂົ້າຮ່ວມການເຈລະຈາຢູ່ປະເທດເທີກີ ກັບກຸ່ມຕາລີບານນັ້ນ ບໍ່ໄດ້ຕາງ
ໜ້າໃຫ້ລັດຖະບານ ອັຟການິສຖານ.”

ໂຄສົກກ່າວຢ້ຳວ່າ “ລັດຖະບານອັຟການິສຖານຈະແຈ້ງໃຫ້ປະຊາຊົນຊາບກ່ຽວກັບ
ການເຈລະຈາໃດໆກໍຕາມ ທີ່ຈະມີຂຶ້ນກັບກຸ່ມກຳລັງປະກອບອາວຸດ.”

ເຊັ່ນດຽວກັນ ກຸ່ມຕາລີບານໃນອັຟການິສຖານ ກໍໄດ້ປະຕິເສດວ່າ ຜູ້ຕາງໜ້າຂອງກຸ່ມ
ຫົວຮຸນແຮງດັ່ງກ່າວ ບໍ່ໄດ້ເຂົ້າຮ່ວມປະຊຸມກັບຜູ້ຕາງໜ້າລັດຖະບານ ອັຟການິສຖານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG