ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອັຟການິສຖານ ເຈລະຈາກັບກຸ່ມຕາລິບານ ຢ່າງບໍ່ເປັນທາງການ


ທ່ານຮາມິດ ກາ​ໄຊ ຜູ້ນໍາອັຟການິສຖານ
ທ່ານຮາມິດ ກາ​ໄຊ ຜູ້ນໍາອັຟການິສຖານ

ທ່ານຮາມິດ ກາ​ໄຊ ປະທານາທິບໍດີອັຟການິສຖານໄດ້ຢືນ
ຢັນວ່າ ລັດຖະບານຂອງທ່ານໄດ້ທຳການເຈລະຈາກັບກຸ່ມ
ຕາລິບານຢ່າງບໍ່ເປັນທາງການ ມາໄດ້ດົນນານພໍສົມຄວນ
ແລ້ວ.

ທ່ານຮາມິດ ກາ​ໄຊ ຜູ້ນໍາອັຟການິສຖານກ່າວວ່າ ລັດຖະ
ບານຂອງ ທ່ານໄດ້ໂອ້ລົມກັບພວກຕາລິບານ ໃນຖານະ
ເພື່ອນຮ່ວມຊາດກັບເພື່ອນຮ່ວມຊາດກັນ.

ນອກນີ້ ປະທານາທິບໍດີກາ​ໄຊຍັງ​ໄດ້ເວົ້າອີກວ່າລັດຖະບານ
ອັຟການິສຖານຈະປະຕິບັດງານຕໍ່ຕ້ານພວກສະມາຊິກເຄືອ
ຂ່າຍກໍ່ການຮ້າຍທັງຫລາຍ ຜູ້ທີ່ມີອຸດົມການຕໍ່ຕ້ານອັຟກາ
ນິສຖານຫລືດໍາເນີນສົງຄາມກໍ່ການຮ້າຍຕ້ານສະຫະລັດ
ຫລືຕ້ານປາກິສຖານທີ່ເປັນປະເທດເພື່ອນບ້ານຂອງອັຟກາ ນິສຖານນັ້ນ.

ທ່ານຮາມິດ ກາ​ໄຊ ໄດ້ໃຫ້ຄວາມເຫັນກ່ຽວກັບການຕິດຕໍ່ພົວພັນຂອງອັຟການິສຖານກັບ
ກຸ່ມຕາລິບານ ໃນຕອນໃຫ້ສໍາພາດໃນລາຍການທີວີ Larry King Live ຂອງທີວີຊ່ອງ​ຂ່າວ
CNN ທີ່ມີກໍານົດຈະນໍາອອກອາກາດໃນແລງວັນຈັນມື້ນີ້.

XS
SM
MD
LG