ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນນຶ່ງ ເສຍຊີວິດ ໃນການຍິງກັນ ລະຫວ່າງ ອັຟການິສຖານ ແລະປາກີສຖານ


ແຜນທີ່ປະເທດປາກິສຖານ ແລະອັຟການິສຖານ
ແຜນທີ່ປະເທດປາກິສຖານ ແລະອັຟການິສຖານ
ການຍິງຕໍ່ສູ້ກັນຂ້າມຊາຍແດນອັຟການິສຖານ ແລະປາກີສ
ຖານ ໄດ້ສັງຫານທະຫານ ຍາມຊາຍແດນອັຟການິສຖານ
ຄົນນຶ່ງ ແລະເຮັດໃຫ້ພະນັກງານຮັກສາຄວາມສະຫງົບຂອງ
ປາກີສຖານ 2 ຄົນ ໄດ້ຮັບບາດເຈັບ.

ປາກີສຖານ ແລະອັຟການິສຖານ ໄດ້ຖິ້ມໂທດໃສ່ກັນແລະກັນ
ວ່າ ເປັນຜູ້ເລີ້ມຕົ້ນຍິງກ່ອນ ໃນຕອນເດິກຂອງວັນພຸດວານນີ້ ຢູ່ໃນເຂດຊາຍແດນທີ່ເຊື່ອມຕໍ່ກັນ ຊຶ່ງເປັນສະໜາມລົບທີ່ ສໍາ
ຄັນໃນການຕໍ່ສູ້ຕ້ານພວກຫົວຮຸນແຮງຕາລິບັນ ທີ່ດໍາເນີນງານ
ຢູ່ໃນປະເທດທັງສອງນັ້ນ.

ພວກເຈົ້າໜ້າທີ່ເວົ້າວ່າ ການລະດົມຍິງໃສ່ກັນແລະກັນ ໄດ້ແກ່ຍາວໄປເປັນເວລາຫລາຍ
ຊົ່ວໂມງແລະໄດ້ເພັ່ງເລັງໃສ່ເຂດປະຕູຊາຍແດນ ທີ່ເປັນບັນຫາຂັດແຍ້ງກັນ. ພວກເຈົ້າ
ໜ້າທີ່ອັຟກາກີສຖານມີຄວາມບໍ່ພໍໃຈນັບມື້ນັບຫລາຍຂຶ້ນຕໍ່ປາກີສຖານ ຍ້ອນວ່າ ໄດ້ພະ
ຍາຍາມທີ່ຈະຫາທາງສ້າງສັນຕິພາບກັບກຸ່ມຕາລິບັນ ທີ່ມີສາຍສໍາພັນຢ່າງໃກ້ຊິດກັບ
ໜ່ວຍຮັກສາຄວາມປອດໄພຂອງປາກີສຖານ.

ເຈົ້າໜ້າທີ່ອັຟກາກີສຖານເວົ້າວ່າ ປາກີສຖານແມ່ນມີປະຫວັດໃນການໃຫ້ການສະໜັບ ສະໜຸນ ແກ່ກຸ່ມຕາລິບັນ ແລະພວກກະບົດກຸ່ມອື່ນໆ ຂອງອັຟກາກີສຖານ ມາເປັນເວລາ
ດົນນານແລ້ວ. ສ່ວນທາງປາກີສຖານ ກໍໄດ້ກ່າວຫາອັຟກາກີສຖານຄືນວ່າ ໄດ້ໃຫ້ ບ່ອນ
ຫລົບລີ້ ແກ່ພວກຫົວຮຸນແຮງ ຢູ່ໃນດິນແດນອັຟກາກີສຖານ.
XS
SM
MD
LG