ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ກາໄຊ ກ່າວວ່າ ຜູ້ໂຈມຕີ ສະຫຼະຊີບ ມາຈາກ ປາກິສຖານ


ຕຳຫຼວດອັຟການິສຖານຢືນຍາມຢູ່ບ່ອນທີ່ຜູ້ໂຈມຕີສະຫຼະຊີບ ພະຍາຍາມລອບສັງຫານທ່ານ Asadullah Khalid ຫົວໜ້າໜ່ວຍສືບລັບອັຟການິສຖານ (6 ທັນວາ 2012)
ຕຳຫຼວດອັຟການິສຖານຢືນຍາມຢູ່ບ່ອນທີ່ຜູ້ໂຈມຕີສະຫຼະຊີບ ພະຍາຍາມລອບສັງຫານທ່ານ Asadullah Khalid ຫົວໜ້າໜ່ວຍສືບລັບອັຟການິສຖານ (6 ທັນວາ 2012)
ປະທານາທິບໍດີອັຟການິສຖານກ່າວວ່າ ການໂຈມຕີສະຫຼະຊີບທີ່
ເຮັດໃຫ້ຫົວໜ້າໜ່ວຍສືບລັບຂອງທ່ານໄດ້ຮັບບາດເຈັບນັ້ນ ແມ່ນ ວາງແຜນຢູ່ປາກິສຖານທີ່ເປັນປະເທດເພື່ອນບ້ານ.

ປະທານາທິບໍດີຮາມິດ ກາໄຊ ກ່າວໃນວັນເສົາມື້ນີ້ວ່າ ພວກເຈົ້າ
ໜ້າທີ່ອັຟການິສຖານ ແນ່ໃຈວ່າ ຜູ້ໂຈມຕີສະຫຼະຊີບ ທີ່ເຮັດໃຫ້
ຫົວໜ້າຮັບຜິດຊອບ ດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Asa-
dullah Khalid ໄດ້ຮັບບາດເຈັບນັ້ນແມ່ນມາຈາກປາກິສຖານ.

ທ່ານກາໄຊກ່າວວ່າ ທ່ານຈະແຈ້ງເລື່ອງດັ່ງກ່າວນີ້ ໃຫ້ອິສລາມາ
ບັດຊາບແຕ່ກໍບໍ່ເຖິງຂັ້ນກັບຖິ້ມໂທດໃສ່ລັດຖະບານປາກິສຖານ.

ປະທານາທິບໍດີອັຟການິສຖານບໍ່ໄດ້ເປີດເຜີຍໃຫ້ຊາບກ່ຽວກັບຫຼັກຖານໃດໆທີ່ໃຫ້ການສະ ໜັບສະໜຸນຕໍ່ການກ່າວຫາຂອງທ່ານ.

ໃນວັນພະຫັດວານນີ້ ຜູ້ໂຈມຕີສະຫຼະຊີບໄດ້ປອມຕົວເປັນຄົນແຈ້ງຂ່າວກ່ຽວກັບເລື່ອງສັນ ຕິພາບ ເວລາຜູ້ກ່ຽວໂຈມຕີທ່ານ Khalid ຢູ່ທີ່ບ້ານພັກຮັບຮອງແຂກແຫ່ງນຶ່ງໃນນະຄອນ ຫຼວງກາບູລ.

ກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວນີ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG