ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການໂຈມຕີຂອງເນໂຕ້ ຢູ່ອັຟການິສຖານ ສັງຫານຜູ້ນຳ ກຸ່ມຕາລີບານ ປາກິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ
ການໂຈມຕີທາງອາກາດຂອງອົງການເນໂຕ້ໃນພາກຕາເວັນອອກ
ຂອງອັຟການິສຖານໄດ້ສັງຫານຜູ້ນຳຄົນນຶ່ງຂອງກຸ່ມຕາລີບານປາ
ກິສຖານ.

ກຸ່ມພັນທະມິດເນໂຕ້ເວົ້າວ່າການປະຕິບັດງານໃນມື້ວານນີ້ທີ່ເມືອງ
Shigal ແຂວງ Kunar ໄດ້ສັງຫານນາຍ Maulawi Dadullah
ແລະອີກຫຼາຍໆຄົນ. ສື່ມວນຊົນລາຍງານວ່າ ມີພວກກະບົດ 12
ຄົນໄດ້ຖືກຂ້າຕາຍ ໃນການໂຈມຕີດັ່ງກ່າວ.

ອົງການເນໂຕ້ກ່າວວ່ານາຍ Dadullah ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າ
Jamal ນັ້ນ ເປັນຜູ້ຮັບຜິດຊອບ ກ່ຽວກັບການເກັບເກນນັກລົບ
ແລະເລື່ອງອາວຸດຂອງກຸ່ມຕາລີບານ ຕະຫຼອດທັງການໂຈມຕີຕໍ່ ກຳລັງອັຟການິສຖານແລະກຳ ລັງປະສົມ.

ມີລາຍງານວ່າ ນາຍ Dadullah ເຂົ້າຮັບຕຳແໜ່ງເປັນຜູ້ນຳກຸ່ມຕາລີບານໃນເຂດຊົນເຜົ່າ Bajaur ຂອງປາກິສຖານ ທີ່ຕັ້ງຢູ່ໃກ້ໆເຂດຊາຍແດນອັຟການິສຖານ ແທນນາຍ Maulvi Faqir Mohammaed ໃນປີກາຍນີ້.
XS
SM
MD
LG