ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນໍາຂັ້ນສຸດ ຂອງອັຟການິສຖານ ຈະໄປຢ້ຽມຢາມ ປາກິສຖານ ຂະນະທີ່ມີການປັບປຸງສາຍພົວພັນກັນຢູ່


ທ່ານ Abdullah Abdullah, ສະພາສູງໃນການທ້ອນໂຮມຊາດ (ຂວາ) ພົບກັບທ່ານ Nasrullah Khan, ເອກອັກຄະລັດຖະທູດປາກິສຖານ ຢູ່ໃນນະຄອນກາບູລແລ້ວ ໃນວັນທີ 5 ກໍລະກົດ, 2020 (ພາບໂດຍTwitter - @DrabdullahCE)
ທ່ານ Abdullah Abdullah, ສະພາສູງໃນການທ້ອນໂຮມຊາດ (ຂວາ) ພົບກັບທ່ານ Nasrullah Khan, ເອກອັກຄະລັດຖະທູດປາກິສຖານ ຢູ່ໃນນະຄອນກາບູລແລ້ວ ໃນວັນທີ 5 ກໍລະກົດ, 2020 (ພາບໂດຍTwitter - @DrabdullahCE)

ປາກິສຖານເວົ້າວ່າ ຕົນໄດ້ເຊື້ອເຊີນເອົາທ່ານອັບດູລລາ ອັບດູລລາ (Abdullah Abdullah), ຫົວໜ້າຄະນະເຈລະຈາສັນຕິພາບອັຟການິສຖານ ໃຫ້ໄປຢ້ຽມຢາມ ອິສລາມາບັດ ຢ່າງເປັນທາງການ “ໃນວັນທີຕ່າງຄົນເຫັນວ່າສະດວກໃຫ້ທັງສອງ ຝ່າຍ.”

ການເຄື່ອນໄຫວດັ່ງກ່າວ ເປັນບາດກ້າວຫລ້າສຸດຢູ່ໃນບາດກ້າວຫລາຍໆອັນທີ່ ທີ່ລັດຖະບານປາກິສຖານໄດ້ເອົາ ໃນການຫາທາງປັບປຸງສາຍພົວພັນຂອງປະເທດ ທີ່ມັກຈະເຄັ່ງຕຶງກັບກາບູລນັ້ນ.

“ສາຍພົວພັນລະຫວ່າງປາກິສຖານ ແລະອັຟການິສຖານກໍາລັງກ້າວໄປ,” ນັ້ນຄື ຄໍາເວົ້າຂອງທ່ານ ໂມຮໍາມັດ ຊາດິກ (Mohammad Sadiq), ຜູ້ຕາງໜ້າພິເສດຂອງນາຍົກລັດຖະມົນຕີປາກິສຖານ ສໍາລັບປະເທດເພື່ອນບ້ານແຫ່ງນັ້ນ ໃນຂະນະທີ່ ໄດ້ປະກາດກ່ຽວກັບລາຍລະອຽດຂອງການເຊື້ອເຊີນທີ່ສົ່ງໃຫ້ຜູ້ນໍາ ສູງສຸດຂອງອັຟການິສຖານ.

ທ່ານ ອັບດູລລາ ເປັນຜູ້ນໍາພາສິ່ງທີ່ເອີ້ນວ່າ ສະພາສູງໃນການທ້ອນໂຮມຊາດ, ທີ່ຖືກມອບໝາຍໃຫ້ເຈລະຈາກັບກຸ່ມກະບົດຕາລີບານ ເພື່ອເຮັດໃຫ້ການເປັນປໍລະປັກກັນທີ່ແກ່ຍາວມາໄດ້ຫລາຍທົດສະວັດທີ່ພາໃຫ້ອັຟການິສຖານພົບຄວາມລໍາບາກນັ້ນ ສິ້ນສຸດລົງ.

“ຂ້າພະເຈົ້າໄດ້ຂອບໃຈທ່ານສໍາລັບການເຊື້ອເຊີນຢ່າງເປັນທາງການ ເພື່ອໃຫ້ໄປ ຢ້ຽມຢາມປາກິສຖານໃນເວລາທີ່ເໝາະສົມ,” ນັ້ນຄືຄໍາເວົ້າຂອງທ່ານ ອັບດູລລາ ຢູ່ໃນທວີດເຕີ ພາຍຫລັງໄດ້ພົບກັບເອກອັກຄະລັດຖະທູດປາກິສຖານຢູ່ໃນນະຄອນກາບູລແລ້ວ. ແຕ່ທ່ານກໍບໍ່ໄດ້ບອກລາຍລະອຽດຫຍັງເພີ້ມເຕີມອີກ.

ອິສລາມາບັດ ເມື່ອມໍ່ໆມານີ້ ໄດ້ເປີດບ່ອນຂ້າມຊາຍແດນສໍາຄັນ 3 ແຫ່ງຄືນ ຕາມການຮ້ອງຂໍຂອງການບູລ ເພື່ອເຮັດໃຫ້ການຜ່ານດ່ານຊາຍແດນແລະກິດ ຈະກໍາການຄ້າສອງຝ່າຍສະດວກຂຶ້ນ.

ການລະບາດຂອງໄວຣັສໂຄໂຣນາໃນປາກິສຖານ ແລະການອອກມາດຕະການ ຈໍາກັດໃນການປິດປະເທດໄວ້ໄດ້ເຮັດໃຫ້ພວກເຈົ້າໜ້າທີ່ປິດຊາຍແດນກັບອັຟການິສຖານທີ່ເປັນປະເທດບໍ່ມີທາງອອກສູ່ທະເລ ແລະກັບປະເທດເພື່ອນບ້ານອື່ນໆ ໃນເດືອນມີນາຜ່ານມາເພື່ອປ້ອງກັນການແຜ່ກະຈາຍຂອງການລະບາດຢ່າງໜັກ ຂອງພະຍາດດັ່ງກ່າວໄປ ທົ່ວຂົງເຂດນັ້ນ.

ທ່ານຊາດິກເວົ້າວ່າ ຍັງມີການຈັດແຈງໃຫ້ມີການເປີດດ່ານຂ້າມຊາຍແດນຂອງ ອັຟການິສຖານອີກ 2 ແຫ່ງໃນວັນທີ 12 ກໍລະກົດ ເພື່ອເສີມຂະຫຍາຍ ການ ຄ້າສອງຝ່າຍໃຫ້ເພີ້ມຂຶ້ນອີກ.

ທ່ານ ແອດທິຟ ມັສຮານ (Atif Mashal), ເອກອັກຄະລັດຖະທູດຂອງອັຟກາ ນິສຖານປະຈໍາອິສລາມາບັດ ກ່າວວ່າ “ອັນນີ້ເປັນບາດກ້າວອັນສໍາຄັນ ໃນການ ເພີ້ມຄວາມເຂັ້ມແຂງໃຫ້ແກ່ການຄ້າສອງຝ່າຍລະຫວ່າງສອງປະເທດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG