ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ອັຟການິສຖານ ແລະ ປາກິສຖານ ຈະຈັດ ການເຈລະຈາ ໃນ ປາຣີ


ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani (ຂວາ) ຈັບມືກັບນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif ຫຼັງຈາກກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ກາບູລ. 12 ພຶກສະພາ, 2015. ຜູ້ນຳທັງສອງທ່ານ ຄາດວ່າຈະຈັດກອງປະຊຸມທີ່ “ເປັນກັນເອງ” ກ່ຽວກັບຂອບເຂດຂອງກອງປະຊຸມສຸດຍອດ ສະພາບອາກາດປ່ຽນແປງ ຂອງອົງ ການສະຫະປະຊາຊາດ ທີ່ໄດ້ເລີ່ມຂຶ້ນວັນຈັນມື້ນີ້ ໃນນະຄອນຫຼວງ ປາຣີ ໃນວັນທີ 30 ພະຈິກ ນີ້.
ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani (ຂວາ) ຈັບມືກັບນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif ຫຼັງຈາກກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ກາບູລ. 12 ພຶກສະພາ, 2015. ຜູ້ນຳທັງສອງທ່ານ ຄາດວ່າຈະຈັດກອງປະຊຸມທີ່ “ເປັນກັນເອງ” ກ່ຽວກັບຂອບເຂດຂອງກອງປະຊຸມສຸດຍອດ ສະພາບອາກາດປ່ຽນແປງ ຂອງອົງ ການສະຫະປະຊາຊາດ ທີ່ໄດ້ເລີ່ມຂຶ້ນວັນຈັນມື້ນີ້ ໃນນະຄອນຫຼວງ ປາຣີ ໃນວັນທີ 30 ພະຈິກ ນີ້.

ບັນດາຜູ້ນຳຂອງປະເທດ ອັຟການິສຖານ ແລະ ປາກິສຖານ ຄາດ ວ່າຈະຈັດກອງປະຊຸມທີ່ “ເປັນກັນເອງ” ກ່ຽວກັບຂອບເຂດຂອງ ກອງ ປະຊຸມສຸດຍອດ ສະພາບອາກາດປ່ຽນແປງ ຂອງອົງການສະ ຫະປະຊາຊາດ ທີ່ໄດ້ເລີ່ມຂຶ້ນວັນຈັນມື້ນີ້ ໃນນະຄອນຫຼວງ ປາຣີ.

ບັນດາເຈົ້າໜ້າທີ່ ປາກິສຖານ ແລະ ກຸ່ມຂອງບັນດາຜູ້ນຳອາວຸໂສ ຊາດນິຍົມ Pashtun ຜູ້ທີ່ໄດ້ກັບຄືນຈາກ ປາກິສຖານ ໃນວັນອາ ທິດວານນີ້, ໄດ້ກ່າວຕໍ່ VOA ວ່າປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ໄດ້ເຫັນດີທີ່ຈະພົບປະກັບນາຍົກລັດຖະມົນ ຕີ ປາກິສຖານ ທ່ານ Nawaz Sharif ໃນນະຄອນຫຼວງ ປາຣີ, ອັນ ຈະເປັນການທັບມ້າງ ສາຍພົວທີ່ໄດ້ຢຸດຊະງັກມາຂອງທັງສອງປະ ເທດດັ່ງກ່າວ.

ພ້ອມກັນນັ້ນ, ທັງສອງຝ່າຍຍັງຄາດວ່າຈະປຶກສາຫາລືວິທີທາງເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ຂອງທັງສອງຝ່າຍລົງ ແລະ ເຮັດວຽກຮ່ວມກັນເພື່ອເລີ່ມຕົ້ນໃໝ່ ການເຈລະຈາສັນຕິພາບທີ່ ໄດ້ຢຸດໄປ ລະຫວ່າງ ລັດຖະບານ ອັຟການິສຖານ ກັບ ບັນດາເຈົ້າໜ້າທີ່ ຕາລີບານ,

ໂຄສົກກະຊວງການຕ່າງປະເທດ ປາກິສຖານ ທ່ານ Qazi Khalilullah ໄດ້ກ່າວຕໍ່ ວີໂອເອວ່າ “ການພົບປະກັນແມ່ນເບິ່ງຄືວ່າຈະຈັດຢູ່ນະຄອນຫຼວງ ປາຣີ ກ່ຽວກັບຂອບເຂດຂອງກອງ ປະຊຸມສະພາບອາກາດປ່ຽນແປງ.”

ປາກິສຖານ ໄດ້ເຈລະຈາ ແລະ ໄດ້ຈັດກອງປະຊຸມດ່ຽວທີ່ບໍ່ເຄີຍມີມາກ່ອນ ລະຫວ່າງເຈົ້າໜ້າທີ່ ຕາລີບານ ແລະ ຜູ້ແທນ ອັຟການິສຖານ, ລວມທັງ ທ່ານ Ghani, ໄດ້ເພີ່ມທະວີການກ່າວໂທດ ໃສ່ ປາກິສຖານ ສຳລັບເປັນຜູ້ທີ່ຢູ່ເບື້ອງຫຼັງຂອງຄວາມຮຸນແຮງ, ເຊິ່ງເປັນຂໍ້ກ່າວຫາທີ່ນະຄອນ ຫຼວງ Islamabad ໄດ້ປະຕິເສດນັ້ນ.

ໃນເມື່ອລັດຖະບານ ປາກິສຖານ ໄດ້ເຮັດວຽກຜ່ານແນວທາງ ດ້ານການທູດທີ່ເປັນທາງການ ເພື່ອຈັດຕຽມການປະຊຸມຂອງທ່ານ Ghani ແລະ ທ່ານ Sharif, ຄວາມກ້າວໜ້າແມ່ນສາມາດ ເຮັດໃຫ້ເປັນໄປໄດ້ໂດຍຜູ້ແທນ Pashtun ທີ່ໄດ້ຖືກເຊື້ອເຊີນໄປນະຄອນຫຼວງ ກາບູລ ໂດຍ ປະທານາທິບໍດີ Ghani ເພື່ອປຶກສາຫາລືວິທີທາງໃນການຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ເຄື່ອນ ຍ້າຍຂະບວນການຄວາມປອງດອງກັນຂອງ ອັຟການິຖານ ໃຫ້ກ້າວໄປຂ້າງໜ້າ.

ສະມາຊິກຂອງຜູ້ແທນຄົນໜຶ່ງ,​ ທ່ານ Afrasiyab Khattak ໄດ້ກ່າວຕໍ່ວີໂອເອໃນວັນອາທິດ ວານນິ້ວ່າ ທ່ານ Ghani ໄດ້ຮັບເອົາຄຳຮຽກຮ້ອງຂອງຕົນ ເພື່ອພົບປະກັບທ່ານ Sharif.

XS
SM
MD
LG