ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສັນຕິພາບອັຟການິສຖານ ເປີດປະຊຸມ


ປະທານາທິບໍດີ ອັຟການິສຖານ ທ່ານຮາມິດ ກາໄຊ (ກາງ) ກ່າວ ຄຳປາໄສ ເປີດກອງປະຊຸມ ສະພາສັນຕິພາບ ຮອບປະຖົມມະເລີກ ທີ່ນະຄອນຫຼວງກາບູລ (10 ຕຸລາ 2010)
ປະທານາທິບໍດີ ອັຟການິສຖານ ທ່ານຮາມິດ ກາໄຊ (ກາງ) ກ່າວ ຄຳປາໄສ ເປີດກອງປະຊຸມ ສະພາສັນຕິພາບ ຮອບປະຖົມມະເລີກ ທີ່ນະຄອນຫຼວງກາບູລ (10 ຕຸລາ 2010)

ປະທານາທິບໍດີອັຟການິສຖານທ່ານຮາມິດ ກາໄຊ ໄດ້ເປີດກອງປະຊຸມຮອບປະຖົມມະເລີກ ຂອງສະພາສັນຕິພາບ ທີ່ແຕ່ງຕັ້ງຂຶ້ນມາ ເພື່ອຊ່ອຍໄກ່ເກ່ຍ ໃນການສ້າງຄວາມປອງດອງ ຊາດ ກັບພວກທາລີບານ ແລະກຸ່ມຫົວຮຸນແຮງອື່ນໆ.

ກອງປະຊຸມເທື່ອທຳອິດ ຂອງສະມາຊິກສະພາສັນຕິພາບ 70 ຄົນ ໄດ້ມີຂຶ້ນໃນວັນພະຫັດ ມື້ນີ້ ຊຶ່ງເປັນວັນຄົບຮອບ 9 ປີ ໃນການເລີ້ມຕົ້ນຂອງສົງຄາມ ພາຍໃຕ້ການນຳພາຂອງ ສະຫະລັດ ຢູ່ອັຟການິສຖານ.

ສະພາດັ່ງກ່າວນີ້ ແມ່ນຮວມທັງອະດີດເຈົ້າໜ້າທີ່ ຂອງກຸ່ມທາລີບານ ອະດີດປະທານາທິບໍດີ ຕະຫຼອດທັງພວກຜູ້ນຳພົນລະເຮືອນແລະສາສະໜາ.

ທ່ານກາໄຊ ໄດ້ຮຽກຮ້ອງໃຫ້ພວກທາລີບານ ປະກາດເລີກການໃຊ້ຄວາມຮຸນແຮງ ແລະ​ໃຫ້ ນັບຖືລັດຖະທຳມະນູນຂອງປະເທດ. ກຸ່ມຫົວຮຸນແຮງທາລີບານ ບໍ່ໄດ້ໃຫ້ຄວາມສຳຄັນໃດໆ ຕໍ່ການສ້າງຄວາມປອງດອງຊາດ ໃນທຳນອງນີ້ ຈົນກວ່າວ່າ ກຳລັງທະຫານຕ່າງປະເທດຈະ ຖອນອອກໄປ ຈາກອັຟການິສຖານ​ ໃຫ້​ໝົດ.

ລັດຖະບານສະຫະລັດ ຂອງປະທານາທິບໍດີບາຣັກ ໂອບາມາ ໄດ້ໃຫ້ການສະໜັບສະໜຸນ ຕໍ່ ການດຳເນີນຄວາມພະຍາຍາມ ຂອງລັດຖະບານ ອັຟການິສຖານ ທີ່ຈະທຳການເຈລະຈາສັນ ຕິພາບກັບພວກກະບົດທາລີບານ.

XS
SM
MD
LG