ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ຊ່ອຍໃນການເຈລະຈາ ຢູ່ອັຟການິສຖານ

ນາຍພົນ David Petraeus ຜູ້ບັນຊາການທະຫານອະເມຣິກັນ ແລະອົງການເນໂຕ້ ໃນອັຟການິສຖານ (ຊ້າຍ) ແລະນເອກອັກຄະລັດຖະທູດ Mark Sedwill ຜູ້ຕາງໜ້າອະວຸໂສ ດ້ານພົນລະເຮືອນຂອງເນໂຕ້ ໃນອັຟການິສຖານ ກ່າວກ່ຽວກັບ ການປະຕິບັດງານຂອງນາໆຊາດ ໃນອັຟການິສຖານ ທີ່ກຸງລອນດອນ (15 ຕຸລາ 2010)

ຜູ້ບັນຊາການກຳລັງສະຫະລັດ ແລະອົງການເນໂຕ້ໃນອັຟ ການິສຖານກ່າວວ່າ ອົງການເນໂຕ້ເປັນຜູ້ຈັດແຈງອຳນວຍ ຄວາມສະດວກໃຫ້ພວກຜູ້ນຳທາລີບານເດີນທາງຢ່າງປອດ ໄພ ໄປຍັງນະຄອນຫຼວງກາບູລ ເພື່ອເຈລະຈາ ກັບລັດຖະ ບານອັຟການິສຖານ.

ນາຍພົນ David Petraeus ກ່າວຕໍ່ພວກນັກຂ່າວ ທີ່ກຸງ ລອນດອນ ໃນວັນສຸກວານນີ້ວ່າ ການເຄື່ອນໄຫວດັ່ງກ່າວ ແມ່ນພາກສ່ວນນຶ່ງ ໃນການໃຫ້ຄວາມສະໜັບສະໜຸນຂອງ ກຸ່ມພັນທະມິດເນໂຕ້ ຕໍ່ການດຳເນີນຄວາມພະຍາຍາມສ້າງ ຄວາມປອງດອງຊາດ ຂອງປະທານາທິບໍດີຮາມິດ ກາໄຊ ກັບ ພວກຫົວຮຸນແຮງທາລີບານ.

ນາຍພົນ Petraeus ເວົ້າວ່າ ມັນບໍ່ແມ່ນເລື່ອງທີ່ງ່າຍເລີຍ
ສຳລັບຜູ້ບັນຊາການອະວຸໂສຂອງກຸ່ມທາລີບານ ທີ່ຈະເດີນ
ທາງໄປຍັງນະຄອນຫຼວງອັຟການິສຖານ ນອກຈາກວ່າ ອົງ
ການເນໂຕ້ປ່ອຍໃຫ້ໄປ. ທ່ານບໍ່ໄດ້ໃຫ້ລາຍລະອຽດຫຍັງຫຼາຍ ໄປກວ່ານີ້.

ຜູ້ບັນຊາການອົງການເນໂຕ້ກ່າວຕື່ມວ່າ ພວກຜູ້ນຳຂັ້ນອະວຸໂສຫຼາຍໆຄົນຂອງກຸ່ມທາລີ
ບານ ໄດ້ຕິດຕໍ່ໄປຍັງລັດຖະບານອັຟການິສຖານ ແລະປະເທດອື່ນໆ ທີ່ພົວພັນໃນອັຟກາ
ນິສຖານ ແຕ່ການເຈລະຈາຫາລືທີ່ວ່ານີ້ ເປັນພຽງຂັ້ນເລີ້ມຕົ້ນທໍ່ນັ້ນ.

XS
SM
MD
LG