ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານນາງ Clinton ກ່າວວ່າ ກຸ່ມຕາລີບານ ມີທາງເລືອກຢູ່ 2 ທາງ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ຈັບມືກັບປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ (20 ຕຸລາ 2011)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ຈັບມືກັບປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ (20 ຕຸລາ 2011)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ພວກຕາລີ
ບານສາມາດປະກອບສ່ວນເຂົ້າຮ່ວມການເຈລະຈາສັນຕິພາບໃນອັຟການິສຖານ ຫຼືບໍ່ດັ່ງນັ້ນ ແລ້ວກໍຈະສືບຕໍ່ປະເຊີນກັບການບຸກໂຈມຕີ.

ໃນກອງປະຊຸມສຳພາດຂ່າວຮ່ວມກັບປະທານາທິບໍດີອັຟການິສຖານທ່ານຮາມິດກາໄຊ ທີ່
ນະຄອນຫຼວງກາບູລໃນວັນພະຫັດມື້ນີ້ທ່ານນາງ Clinton ຍັງເວົ້າວ່າ ປາກິສຖານຊຶ່ງເປັນ
ປະເທດເພື່ອນບ້ານນັ້ນ ຈະມີບົດບາດອັນສຳຄັນ ກ່ຽວກັບອະນາຄົດຂອງອັຟການິສຖານ ແລະປະເທດທັງສາມຈະຕ້ອງໄດ້ດຳເນີນງານຮ່ວມກັນ.

ທ່ານນາງ Clinton ແລະທ່ານກາໄຊໄດ້ພົບປະກັນ ເພື່ອປຶກສາຫາລືກ່ຽວກັບການດຳ
ເນີນຄວາມພະຍາຍາມໃນການສ້າງຄວາມປອງດອງຊາດ ກັບພວກຕາລີບານ ແລະການ ມອບໂອນການຮັກສາຄວາມປອດໄພໃຫ້ແກ່ອັຟການິສຖານ.

ທ່ານນາງເວົ້າວ່າ ຈະມີການເປີດໂອກາດໃຫ້ປາກິສຖານເອົາບົດບາດນຳພາໃນການປະເຊີນ
ໜ້າກັບພວກຫົວຮຸນແຮງ ທີ່ທ່ານນາງເວົ້າວ່າ ເປັນໄພຂົ່ມຂູ່ຕໍ່ຊາວປາກິສຖານ ຊາວອັຟກາ
ນິສຖານແລະອື່ນໆນຳນັ້ນ. ທ່ານນາງ Clinton ມີກຳນົດທີ່ຈະເດີນທາງໄປຍັງນະຄອນອິສ
ລາມາບັດໃນວັນພະຫັດມື້ນີ້ ເພື່ອກົດດັນໃຫ້ພວກຜູ້ນຳປາກິສຖານກ່ຽວກັບບັນຫາດັ່ງກ່າວ.

ກ່ອນພົບປະກັບທ່ານກາໄຊນັ້ນທ່ານນາງ Clinton ກ່າວຕໍ່ພວກແມ່ຍິງແລະນັກການເມືອງ
ຈຸນຶ່ງວ່າທ່ານນາງໄດ້ເດີນທາງໄປຢ້ຽມຢາມ ກໍເພື່ອກວດກາເບິ່ງສະພາບການໂຕຈິງກ່ຽວກັບ ອະນາຄົດຂອງອັຟການິສຖານ. ທ່ານນາງກ່າວຕໍ່ກຸ່ມດັ່ງກ່າວ ທີ່ສະຖານທູດສະຫະລັດໃນ
ນະຄອນຫຼວງກາບູລວ່າ ທ່ານນາງຢາກຟັງຄວາມຄິດເຫັນຂອງຊາວອັຟການິສຖານກ່ຽວກັບ
ການດຳເນີນການໃນຂັ້ນຕໍ່ໄປ.

XS
SM
MD
LG