ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບັດໂມຄະໃນອັຟການິສຖານ


ຄົນງານເລືອກຕັ້ງ ອັຟການິສຖານ ພວມຫິ້ວຫີບປ່ອນບັດ ທີ່ສາງເກັບ ຂອງຄະນະກຳມາທິການເລືອກຕັ້ງ ອິດສະຫຼະ ຢູ່ນະຄອນຫຼວງກາບູລ
ຄົນງານເລືອກຕັ້ງ ອັຟການິສຖານ ພວມຫິ້ວຫີບປ່ອນບັດ ທີ່ສາງເກັບ ຂອງຄະນະກຳມາທິການເລືອກຕັ້ງ ອິດສະຫຼະ ຢູ່ນະຄອນຫຼວງກາບູລ

ເຈົ້າໜ້າທີ່ເລືອກຕັ້ງອັຟການິສຖານໄດ້ປະກາດໃຫ້ເປັນໂມຄະ
ເກືອບ 25% ຂອງ ຈຳນວນບັດທີ່ປ່ອນທັງໝົດ 5 ລ້ານ 6
ແສນບັດໃນການເລືອກຕັ້ງສະພາແຫ່ງຊາດໃນເດືອນແລ້ວ.

ຄະນະກຳມາທິການເລືອກຕັ້ງອິດສະຫຼະ ໄດ້ປະກາດໃນວັນ
ພຸດມື້ນີ້ວ່າ ຕົນໄດ້ຕັດສິນຫຼືລົງຄວາມເຫັນ ໃຫ້ບັດຈຳນວນ
1 ລ້ານ 3 ແສນບັດເປັນໂມຄະ.

ບັນດາຜູ້ມີສິດເລືອກຕັ້ງໃນອັຟການິສຖານ ໄດ້ພາກັນໄປ
ປ່ອນບັດ ເລືອກເອົາສະມາຊິກ 249 ຄົນ ເຂົ້າໄປນັ່ງໃນ
ສະພາຕໍ່າອັຟການິສຖານ.

ທຳອິດນັ້ນທາງ​ການ​ອັຟກາ​ນິສຖານມີກຳນົດຈະເປີດເຜີຍຜົນການນັບບັດຄະແນນສຽງຂັ້ນສຸດ
ທ້າຍໃຫ້ຊາບໃນວັນທີ 31 ຕຸລານີ້ແຕ່ອາດຈະມີການຊັກຊ້າຍ້ອນ​ໄດ້ມີການຮ້ອງທຸກກ່ຽວກັບ
ການສໍ້ໂກງຄະແນນສຽງ ແລະການປະພຶດປະຕິບັດທີ່ຜິດກົດລະບຽບ ອື່ນໆ.

ການເລືອກຕັ້ງທີ່ວ່ານີ້ ມີຂຶ້ນລຸນຫລັງການເລືອກຕັ້ງປະທານາທິບໍດີໃນປີກາຍ ທີ່ເຕັມໄປດ້ວຍ
ການສໍ້ໂກງຄະແນນສຽງຢ່າງແຜ່ກວ້າງ ແລ​ະໄດ້​ດໍາ​ເນີນ​ໄປຕໍ່ໜ້າການຂົ່ມຂູ່ຂອງພວກກະບົດ
ທາລີບານ.

XS
SM
MD
LG