ພວກຫົວຮຸນແຮງປະກອບອາວຸດໃນພາກຕາເວັນອອກສຽງເໜືອຂອງອັຟການິສຖານ ໄດ້ບີບ
ຄະນວນລະເບີດໃຫ້ແຕກຂຶ້ນ ໃນຄວາມພະຍາຍາມເພື່ອບຸກເຂົ້າໄປໃນຄ້າຍທະຫານແຫ່ງນຶ່ງ
ຂອງສະຫະລັດ.
ໂຄສົກຂອງຕຳຫຼວດປະຈຳແຂວງກ່າວວ່າ ພວກໂຈມຕີສະຫຼະຊີບ 4 ຄົນ ໄດ້ພະຍາຍາມບຸກ
ເຂົ້າໄປໃນຄ້າຍ ໜ່ວຍບູລະນະສ້າງສາປະຈຳແຂວງຂອງສະຫະລັດ ໃນການໂຈມຕີທີ່ແຂວງ
Panjshir ໃນຕອນເຊົ້າຂອງວັນເສົາມື້ນີ້.
ໂຄສົກກ່າວຕໍ່ໄປວ່າ ພວກຫົວຮຸນແຮງ 3 ຄົນໄດ້ພາກັນຍ່າງເຂົ້າໄປໂຈມຕີ ຂະນະທີ່ອີກຄົນ
ນຶ່ງໄດ້ບີບຄະນວນລະເບີດທີ່ຫ້າງໄວ້ເຕັມລົດໃຫ້ແຕກຂຶ້ນ.
ພວກຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ ທີ່ເຮັດໃຫ້ພວກຫົວ
ຮຸນແຮງທັງ 4 ຖືກຂ້າຕາຍແລະຍາມຮັກສາຄວາມສະຫງົບ 2 ຄົນໄດ້ຮັບບາດເຈັບ.
ໂຄສົກຄົນນຶ່ງຂອງອົງການເນໂຕ້ ໃຫ້ການຢືນຢັນກ່ຽວກັບເຫດຮ້າຍໃນຄັ້ງນີ້ ແລະເວົ້າວ່າບໍ່
ມີຊາວຕ່າງປະເທດໄດ້ຮັບບາດເຈັບແຕ່ປະການໃດ.