ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສ້າງຄວາມປອງດອງຊາດ ຢູ່ອັຟການິສຖານ


ການປະຕິບັດງານ ຂອງກຳລັງອົງການເນໂຕ້ ໃນອັຟການິສຖານ (14 ຕຸລາ 2010)
ການປະຕິບັດງານ ຂອງກຳລັງອົງການເນໂຕ້ ໃນອັຟການິສຖານ (14 ຕຸລາ 2010)

ປາກິສຖານກ່າວວ່າ ຕົນພ້ອມແລ້ວທີ່ຈະໃຫ້ການສະໜັບສະ ໜຸນຕໍ່ການເຈລະຈາສ້າງຄວາມປອງດອງຊາດລະຫວ່າງລັດ ຖະບານອັຟການິສຖານແລະພວກກະບົດທາລີບານເພື່ອຊຸກ ຍູ້ໃຫ້ມີສັນຕິພາບຢູ່ໃນຂົງເຂດ.

ລັດຖະມົນຕີກະຊວງການຕ່າງປະເທດປາກິສຖານ ທ່ານ Shah Mehmood Qureshi ກ່າວຕໍ່ພວກນັກຂ່າວໃນ ວັນສຸກມື້ນີ້ວ່າ ການດຳເນີນຄວາມພະຍາຍາມ ເພື່ອສ້າງ ສັນຕິພາບສ່ວນໃຫຍ່ນັ້ນຈະເປັນການລິ້ເລີ້ມຂອງຝ່າຍອັຟ ການິສຖານແຕ່ປາກິສຖານພ້ອມແລ້ວຈະເປັນຜູ້ຊ່ອຍຊຸກຍູ້.

ປາກິສຖານເປັນຜູ້ຊ່ອຍໃຫ້ພວກທາລີບານໄດ້ເຂົ້າກຳອຳ
ນາດຢູ່ໃນອັຟການິສຖານ ໃນຊຸມປີ 1990 ແຕ່ໄດ້ປະນາມ
ຂະບວນການດັ່ງກ່າວ ຫຼັງຈາກໄດ້ມີການໂຈມຕີກໍ່ການຮ້າຍ
ຢູ່ໃນສະຫະລັດໃນປີ 2001. ເຈົ້າໜ້າທີ່ສະຫະລັດບາງທ່ານ
ກ່າວວ່າ ມີຫລາຍໆອົງປະກອບໃນໜ່ວຍສືບລັບປາກິສ ຖານ ທີ່ຍັງຮັກສາຄວາມສຳພັນ ກັບພວກທາລີບານໄວ້ຢູ່.

ໃນວັນພະຫັດວານນີ້ ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ Anders Fogh Ras- mussen ກ່າວວ່າ ກຳລັງນາໆຊາດໃນອັຟການິສຖານ ເຕັມໃຈທີ່ຈະໃຫ້ຄວາມຊ່ອຍເຫຼືອ ໃນການພະຍາຍາມ ສ້າງຄວາມປອງດອງຊາດ. ທ່ານບໍ່ໄດ້ໃຫ້ການອະທິບາຍເພີ້ມຕື່ມ ແຕ່ ໃຫ້ຂໍ້ສັງເກດວ່າ ກຸ່ມພັນທະມິດຈະສືບຕໍ່ກົດດັນພວກກະບົດທາລີບານ.

ໃນວັນສຸກມື້ນີ້ ມີທະຫານອົງການເນໂຕ້ 2 ຄົນເສຍຊີວິດໃນການໂຈມຕີຢູ່ໃນອັຟການິສຖານ.

XS
SM
MD
LG