ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມບໍ່ສະຫງົບໃນອັຟການິສຖານ


ທະຫານກອງທັບແຫ່ງຊາດອັຟການິສຖານ ຟ້າວໄປສົມທົບກຳລັງ ຢູ່ບ່ອນເກີດການສູ້ລົບໃກ້ໆຄ້າຍທະຫານ ແຫ່ງນຶ່ງທີ່ເມືອງ Jalalabad ໃນພາກຕາເວັນອອກອັຟການິສຖານ (13 ພະຈິກ 2010)
ທະຫານກອງທັບແຫ່ງຊາດອັຟການິສຖານ ຟ້າວໄປສົມທົບກຳລັງ ຢູ່ບ່ອນເກີດການສູ້ລົບໃກ້ໆຄ້າຍທະຫານ ແຫ່ງນຶ່ງທີ່ເມືອງ Jalalabad ໃນພາກຕາເວັນອອກອັຟການິສຖານ (13 ພະຈິກ 2010)

ມີການໂຈມຕີຢ່າງຮ້າຍແຮງເກີດຂຶ້ນຢູ່ໃນ 2 ເຂດຂອງອັຟ
ການິສຖານ ໃນວັນເສົາມື້ນີ້.

ໃນພາກເໜືອຂອງປະເທດນັ້ນ ເຈົ້າໜ້າທີ່ເວົ້າວ່າ ລະເບີດ
ລົດຈັກໄດ້ສັງຫານ 8 ຄົນ ທີ່ຕະຫຼາດແຫ່ງນຶ່ງ ໃນແຂວງ
Kunduz.

ອົງການຂ່າວຝຣັ່ງລາຍງານວ່າມີອີກ 18 ຄົນໄດ້ຮັບບາດ
ເຈັບຈາກເຫດລະເບີດທີ່ວ່ານີ້. ຍັງບໍ່ທັນມີກຸ່ມໃດອ້າງເອົາ
ຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວນີ້ເທື່ອ.

ໃນຕອນເຊົ້າຂອງມື້ນີ້ ເຈົ້າໜ້າທີ່ເວົ້າວ່າ ພວກກະບົດທາລີບານໄດ້ໂຈມຕີສະໜາມບິນແລະ
ຄ້າຍທະຫານແຫ່ງນຶ່ງຢູ່ທີ່ເມືອງ Jalalabad ໃນພາກຕາເວັນອອກຂອງອັຟການິສຖານ.

ອົງການເນໂຕ້ກ່າວວ່າ ກຳລັງທະຫານຂອງຕົນໄດ້ຂັບໄລ່ການໂຈມຕີຂອງພວກກະບົດໃຫ້
ລ່າຖອຍໄປ ໂດຍໄດ້ສັງຫານພວກຫົວຮຸນແຮງຢ່າງນ້ອຍ 8 ຄົນ ຮວມທັງຄົນນຶ່ງທີ່ໃສ່ເສື້ອ
ໃຫຍ່ບັນຈຸລະເບີດສະລະຊີບ.

ພວກທາລີບານເວົ້າວ່າ ມີພວກໂຈມຕີດ້ວຍລະເບີດສະລະຊີບ 14 ຄົນພົວພັນໃນການໂຈມ
ຕີເທື່ອນີ້.

ພວກທີ່ເຫັນເຫດການກ່າວວ່າພວກນັກລົບທາລີບານ 3 ຄົນທີ່ເສຍຊີວິດນັ້ນແມ່ນນຸ່ງເຄື່ອງ
ແບບທະຫານອັຟການິສຖານ.

XS
SM
MD
LG