ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ປ້ອງກັນປະເທດຝຣັ່ງ ຢ້ຽມຢາມ ອັຟການິສຖານ


ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ ທ່ານ Gerard Longuet (ຂວາ) ຢືນຕໍ່ໜ້າຫີບສົບທະຫານຝຣັ່ງ 4 ຄົນ ເພື່ອທຳການຄຳນັບ ໃນພິທີທີ່ຈັດຂຶ້ນຢູ່ສະໜາມບິນນະຄອນຫຼວງກາບູລ (21 ມັງກອນ 2012)
ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ ທ່ານ Gerard Longuet (ຂວາ) ຢືນຕໍ່ໜ້າຫີບສົບທະຫານຝຣັ່ງ 4 ຄົນ ເພື່ອທຳການຄຳນັບ ໃນພິທີທີ່ຈັດຂຶ້ນຢູ່ສະໜາມບິນນະຄອນຫຼວງກາບູລ (21 ມັງກອນ 2012)

ລັດຖະມົນຕີ​ປ້ອງ​ກັນ​ປ​ະ​ເທດ​ຂອງຝຣັ່ງ​ໄດ້​ເ​ດີ​ນທາງ​ໄປ​ເຖິງ​ນະຄອນຫຼວງກາບູລ​ໃນ​ວັນ​ເສົາ​
ມື້ນີ້​ ເພື່ອ​ຈະລາ​ຈາ​ຫາລື​ກັບ​ປະທານາທິບໍ​ດີ​ຮາ​ມິດ​ກາ​ໄຊ ນຶ່ງ​ມື້ຫຼັງຈາກທະຫານ​ອັຟກາ​ນິສ
ຖານ​ຄົນ​ນຶ່ງ​ໄດ້​ຍິງ​ສັງຫານ​ທະຫານ​ຝຣັ່ງ 4 ຄົນ.

ທ່ານ Gerard Longuet ກ່າວ​ວ່າ ຝຣັ່ງຍັງ​ມີ​ຄວາມ​ໝາຍ​ໝັ້ນ ທີ່​ຈະ​ນຳ​ເອົາ​ສະຖຽນລະ​
ພາບມາສູ່​ອັຟກາ​ນິສຖານ. ການ​ໃຫ້​ທັດສະນະ​ຄວາມ​ເຫັນ​ຂອງ​ທ່ານ​ໄດ້​ມີຂຶ້ນຫຼັງຈາກ​ການ
ຂູ່​ຂອງ​ປາຣີ ທີ່​ຈະ​ເລັ່ງລັດ​ການ​ຖອນ​ທະຫານ​ອອກ​ຈາກ​ອັຟກາ​ນິສຖານ​ລຸນ​ຫຼັງການ​ເສຍ​ຊີ
ວິດ​ຂອງ​
ທະຫານ​ຝຣັ່ງ.

ທ່ານ Longuet ກ່າວ​ວ່າ ທ່ານ​ໄປ​ຢ້ຽມຢາມ​ອັຟກາ​ນິສຖານ ​ເພື່ອ​ພິຈາລະນາ​ເບິ່ງທ່າ​ທີ​ທີ່​
ຝຣັ່ງຈະ​ເອົາຫຼັງຈາກ​ການ​ໂຈມ​ຕີ​ທີ່​ແຂວງ Kapisa ​ໃນ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ​ດັ່ງ
ກ່າວຊຶ່ງນອກ​ນັ້ນ​ແລ້ວ​ຍັງ​ເຮັດ​ໃຫ້​ທະຫານ​ຝຣັ່ງອີກ 15 ຄົນ​ໄດ້ຮັບ​ບາດ​ເຈັບ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງຝຣັ່ງ ​ໄດ້​ພົບ​ພໍ້​ກັບ​ພວກ​ທະຫານ​ຝຣັ່ງທີ່​ໄດ້​ຮັບ
ບາດ​ເຈັບ​ຢູ່​ທີ່​ສະໜາມ​ບິນ​ນະຄອນຫຼວງ​ກາ​ບູລ ກ່ອນ​ທີ່​ພວກ​ທະຫານ​ເຫຼົ່ານີ້ຈະ​ຖືກ​ສົ່ງ​ກັບ
ຄືນ​ໄປ​ຝຣັ່ງ. ທ່ານ​ເວົ້າວ່າ ພວກ​ທະຫານ​ຝຣັ່ງຕົກເປັນ​ຜູ້​ເຄາະ​ຮ້າຍ​ຍ້ອນຄວາມໄວ້​ວາງໃຈ
ທີ່​ພວກ​ເຂົາ​ເຈົ້າມີ​ຕໍ່​ທະຫານ​ອັຟກາ​ນິສຖານ​ທີ່​ພວກ​ເຂົາ​ເຈົ້າ​ໃຫ້ການ​ຝຶກ​ແອບ​ນັ້ນ.

ທ່ານ​ກ່າວ ​ໃນ​ມື້ວັນ​ສຸກ​ວານ​ນີ້ວ່າ ທະຫານ​ຝຣັ່ງບໍ່​ມີ​ອາວຸດ​ ເວລາ​ຜູ້​ໂຈມ​ຕີ​ຍິງ​ປືນເຂົ້າ​ໃສ່.
ຜູ້ຍິງ​ສັງຫານ​ທະຫານ​ຝຣັ່ງ​ໄດ້​ຖືກ​ຈັບ​ໂຕ​ໄວ້​ແລ້ວ.

ທ່ານ Longuet ມີ​ກຳ​ນົດທີ່​ຈະ​ໄປ​ລາຍ​ງານ​ ໃຫ້​ປະທານາທິບໍດີ​ຝຣັ່ງ ທ່ານ Nicolas
Sarkozy ຊາບ​ກ່ຽວ​ກັບ​ມາດ​ຕະການ​ຕ່າງໆ​ທີ່​ໄດ້​ມີ​ການຈັດຕັ້ງປະຕິບັດ​ໂດຍ​ລັດຖະ
ບານ​ອັຟກາ​ນິສຖານ​ເພື່ອ​ຄໍ້າປະກັນ​ຄວາມ​ປອດ​ໄພ​ສຳລັບ​ຄູ​ຝຶກຊາວ​ຝຣັ່ງ.

ປະທານາທິບໍດີ Sarkozy ​ໄດ້​ໂຈະ​ການ​ປະຕິບັດ​ງານ​ທາງ​ທະຫານ​ຂອງຝຣັ່ງຢູ່​ໃນ​ອັຟກາ
ນິສຖານ ແລະ​ທ່ານ​ໄດ້​ກ່າວ​ໃນ​ມື້ວັນ​ສຸກ​ວານ​ນີ້ວ່າ ມັນ​ເປັນ​ສິ່ງທີ່​ຮັບ​ເອົາບໍ່​ໄດ້ ທີ່​ທະຫານ​
ອັຟກາ​ນິສຖານ​ຈະ​ທຳ​ການ​ໂຈມ​ຕີີ​ທະຫານ​ຝຣັ່ງ.

ໂຄສົກ​ຂອງ​ກຸ່ມ​ຕາ​ລີ​ບານ​ໄດ້​ກ່າວ​ຊົມ​ເຊີຍ​ທະຫານ​ທີ່​ທຳ​ການ​ໂຈມ​ຕີແຕ່​ບໍ່​ໄດ້​ອ້າງເອົາ​ຄວາມ​
ຮັບຜິດຊອບ​ໃນ​ການ​ຍິງ​ສັງຫານ​ຄັ້ງນີ້.

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດທ່ານ​ນາງ Hillary Clinton ​ໄດ້​ປະຕິ​ເສດ
ຕໍ່​ການ​ຄາດ​ຄະ​ເນ​ທີ່​ວ່າ​ຝຣັ່ງມີ​ແຜນການ​ທີ່​ຈະ​ເລັ່ງລັດ​ການ​ຖອນ​ທະຫານ​ອອກຈາກ​ອັຟກາ
ນິສຖານ.

ຜູ້​ບັນຊາ​ການ​ກຳລັງ​ນາໆ​ຊາດ​ທີ່​ນະຄອນຫຼວງກາ​ບູລ ທ່ານ John Allen ກ່າວ​ໃນ​ມື້ວັນ​ສຸກ​
ວານ​ນີ້ວ່າອົງການ​ເນ​ໂຕ້​ຈະ​ດຳ​ເນີນ​ການ​ສືບສວນ​ຢ່າງ​ເຕັມທີ່​ແລະຄົບ​ຖ້ວນກ່ຽວ​ກັບການໂຈມ​
ຕີ​ດັ່ງກ່າວ ​ແລະ​ຈະ​ດຳ​ເນີນ​ການ​ຢ່າງ​ໃກ້ຊິດ​ກັບ​ຝຣັ່ງກ່ຽວ​ກັບ​ຜົນ​ຂອງ​ການ​ສືບສວນ​ທີ່​ວ່າ​ນີ້.

XS
SM
MD
LG