ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຈະເຂົ້າບັນຊາການ ໃນພາກໃຕ້ Afghanistan


ລັດຖະມົນຕີກະຊວງປ້ອງກັນປະເທດອອສເຕຣເລຍ
ກ່າວວ່າ ສະຫະລັດຈະເຂົ້າກຳການບັງຄັບບັນຊາທະຫານ
ຕ່າງປະເທດ ທີ່ແຂວງ URUZGAN ໃນ ພາກໃຕ້ອັຟກາ
ນິສຖານເວລາທະຫານເນເທີແລນຖອນກັບຄືນປະເທດ
ໃນເດືອນ ສິງຫາຈະມາ.

ທ່ານ JOHN FAULKNER ປະກາດກ່ຽວກັບເລື່ອງນີ້
ໃນລະຫວ່າງກອງ ປະຊຸມຖະແຫຼງຂ່າວ ໃນວັນພຸດມື້ນີ້
ແລະກ່າວວ່າ ອອສເຕຣເລຍຈະແຕ່ງຕັ້ງໃຫ້ ພົນລະເຮືອນ
ຄົນໃໝ່ ເປັນຫົວໜ້າໃນການບູລະນະສ້າງສາພັດທະນາ
ຢູ່ທີ່ແຂວງ URUZGAN.

ນອກນັ້ນ ທ່ານຍັງເວົ້າວ່າ ຄາດວ່າທະຫານອອສເຕຣເລຍຈະໂອນຄວາມຮັບຜິດຊອບ
ໃນການຮັກສາຄວາມສະຫງົບໃຫ້ແກ່ກອງທັບແຫ່ງຊາດຂອງອັຟການິສຖານ
ພາຍໃນເວລາ 2 ຫາ 4 ປີ.

ອອສເຕຣເລຍ ມີທະຫານປະມານ 1 ພັນ 500 ຄົນ ໃນອັຟການິສຖານ ສ່ວນໃຫຍ່ແລ້ວ
ແມ່ນປະຈຳການທີ່ແຂວງ URUZGAN. ມີທະຫານອອສເຕຣເລຍ ເສຍຊີວິດ 16 ຄົນ
ນັບແຕ່ອອສເຕຣເລຍໄດ້ເຂົ້າຮ່ວມ ການປະຕິບັດງານ ພາຍໃຕ້ການນຳພາຂອງສະຫະ
ລັດ ເພື່ອໂຄ່ນລົ້ມພວກທາລີບານ ໃນປີ 2001.

ເນເທີແລນມີທະຫານ 1 ພັນ 600 ຄົນທີ່ແຂວງ URUZGAN. ຂະນະດຽວກັນອົງການ
ເນໂຕ້ກ່າວໃນວັນພຸດມື້ນີ້ວ່າ ການປະຕິບັດງານຂອງກຳລັງນາໆຊາດແລະອັຟການິສຖານ
ໄດ້ສັງຫານພວກຜູ້ນຳຄົນສຳຄັນຂອງກະບົດຫລາຍໆ ຄົນ ທີ່ແຂວງ PAKTIYA ໃນຕົ້ນ
ອາທິດນີ້.

ອົງການເນໂຕ້ກ່າວວ່າ ການບຸກໂຈມຕີກວດລ້າງເປັນເວລາ 2 ມື້ໃນເຂດ ເມືອງ JANI
KHEL ຂອງແຂວງ PAKTIYA ແມ່ນໄດ້ຮັບການຊ່ອຍເຫລືອ ຂອງພວກຊາວບ້ານ
ທີ່ຂັດຂວາງບໍ່ໃຫ້ພວກນັກລົບຕ່າງດ້າວຫຼົບໜີໄປ.

XS
SM
MD
LG