ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອບຄົວນຶ່ງ 8 ຄົນ ເສຍຊີວິດ ທີ່ອັຟການິສຖານ


ປະທານາທິບໍດີບາຣັກ ໂອບາມາ ແຫ່ງສະຫະລັດ ແລະປະທານາທິບໍດີ Hamid
Karzai ແຫ່ງອັຟການິສຖານ.
ປະທານາທິບໍດີບາຣັກ ໂອບາມາ ແຫ່ງສະຫະລັດ ແລະປະທານາທິບໍດີ Hamid Karzai ແຫ່ງອັຟການິສຖານ.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນິຖານ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ເນ​ໂຕ້​ບັ້ນ​ນຶ່ງ ​ໄດ້​ສັງຫານ 8 ຄົນ​ໃນຄອບຄົວນຶ່ງ ຂອງ​ອັຟກາ​ນິສຖານ.

​ໂຄສົກຄົນນຶ່ງຂອງ​ລັດຖະບານແຂວງ Paktia ກ່າວ​ວ່າ ຊາຍ​ຄົນ​ນຶ່ງ ພ້ອມ​ດ້ວຍ​ເມຍ ແລະ​ລູກ 6 ຄົນ ​ໄດ້​ເສຍ​ຊີວິດ​ໃນ​ຄືນ​ວັນ​ເສົາ​ຜ່າ​ນມາ​ນີ້​ ໃນການ​ໂຈມ​ຕີທາງ​ອາກາດ​ຂອງກໍາລັງ​ປະສົມ​ ໃນ​ເມືອງ Gerda Serai ໃນ​ແຂວງ Paktia ນັ້ນ.

ກຸ່ມ​ເນ​ໂຕ້​ກ່າວ​ວ່າ ຕົນ​ຮູ້ຈັກ​ກ່ຽວ​ກັບ​ລາຍ​ງານ​ການໂຈມຕີ​ດັ່ງກ່າວ​ ແລະ​ເວລາ​ນີ້​ ກໍາລັງ​ທໍາ​ການ​ສືບສວນສອບ​ສວນຢູ່.

ການບາດ​ເຈັບລົ້ມ​ຕາຍຂອງພົນລະເຮືອນ ແມ່ນ​ໄດ້​ເປັນ​ແຫຼ່ງທີ່​ມາ​ອັນສໍາຄັນ​ຂອງ​ຄວາມ​ເຄ່ງ​ຕຶງ​ລະຫວ່າງ​ລັດຖະບານ​ຂອງ​ປະທານາທິບໍດີ Hamid Karzai ​ແລະ​ກໍາລັງ​ຂອງ​ກຸ່ມ​ເນ​ໂຕ້​ພາຍ​ໃຕ້​ການ​ນໍາພາ​ຂອງ​ສະຫະລັດ​ໃນ​ອັຟກາ​ນິສຖານ​ນັ້ນ.

XS
SM
MD
LG