ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລມຕ ປ້ອງກັນປະເທດຝຣັ່ງ ເດີນທາງໄປ ອັຟກາ​ນິສຖານ


美國之音楊晨拍攝
美國之音楊晨拍攝

French Defense Minister Jean-Yves Le Drian
French Defense Minister Jean-Yves Le Drian
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຝຣັ່ງ ທ່ານ
Jean-Yves Le Drain ເດີນທາງໄປ​ຮອດ
ອັຟກາ​ນິສຖານ​ໃນ​ວັນ​ອາທິດ​ວານ​ນີ້ ນຶ່ງ​ມື້
​ຫຼັງ​ຈາກ​ການ​ໂຈມຕີຂອງກຸ່ມທາ​ລິ​ບາ​ນ ໄດ້
​ເຮັດ​ໃຫ້ທະຫານ​ຝຣັ່ງ​ໃນກອງ​ກໍ​ລັງເນໂຕ
​ເສຍ​ຊີ​ວິດ 4 ຄົນ​ແລະບາດເຈັບອີກ 5 ຄົນ
ນັ້ນ.

ບໍ່​ໄດ້​ມີ​ການ​ເປີດ​ເຜີຍລາຍລະອຽດກ່ຽວ​ກັບ​ລາຍການຢ້ຽມຢາມຂອງ ທ່ານ Le Drain
ໃນອັຟກາ​ນິສຖານນັ້ນ ແຕ່ກໍຄາດກັນວ່າ ທ່ານຈະກ່າວຄໍາປາໄສຕໍ່ບັນດາທະຫານຝຣັ່ງ ແລະພົບປະກັບພວກເຈົ້າໜ້າທີ່ອັຟກາ​ນີສຖານ​ໃນກຸງ Kabul.

ໃນວັນເສົາຜ່ານມາ ທະຫານຝຣັ່ງທີ່ອອກ​ໄປ​ປະຕິບັດ​ງານ ຫລັງ​ຈາກ​ໄດ້​ຮັບແຈ້ງວ່າ ໄດ້ມີ
ການວາງລະເບີດ​ໃສ່ກ້ອງຂົວໃນແຂວງ Kapisa ທາງພາກຕາເວັນອອກຂອງປະ​ເທດ​ ໄດ້
ຖືກໂຈມຕີ​ໂດຍ​ຄົນ​ວາງລະເບີດສະລະ​ຊີບ ທີ່ແຕ່ງຕົວເປັນແມ່ຍິງ ທີ່ຍ່າງເຂົ້າໄປຫາພວກ
ທະຫານແລະຈຸດຂະນວນ ລະເບີດຕົວເອງຕາຍ.

ກຸ່ມກໍ່ການຮ້າຍທາລີບານໄດ້ອອກມາ ອ້າງເອົາຮັບຜິດຊອບໃນການ​ໂຈມ​ຕີຄັ້ງນີ້.

ໃນວັນອາທິດວານນີ້ ກຸ່ມ​ເນ​ໂຕ​ກ່າວ​ວ່າ ສະມາ​ຊິກ​ຂອງ​ຕົນ 1 ຄົນ​ໄດ້ເສຍ​ຊີວິດ​ໃນ​ການ​ລອບ
ໂຈມຕີ ​ໃນ​ພາກ​ໃຕ້​ຂອງອັຟກາ​ນີສຖານ​ ແຕ່​ບໍ່​ໄດ້​ບອກ​ສັນຊາດຂອງ​ທະຫານ​ຄົນ​ນັ້ນ.

​ໃນ​ເດືອນ​ແລ້ວ​ນີ້ປະທານາທິບໍດີ​ຄົນ​ໃໝ່ຂອງຝຣັ່ງ ທ່ານ Francois Hallande ​ໄດ້​ປະກາດ​
ໄປ​ວ່າ ທ່ານ​ຈະ​ຖອນກອງ​ກໍາລັງທະຫານ ຈໍານວນ 2,000 ຄົນຂອງ​ຕົນ ​ອອກ​ຈາກອັຟກາ​
ນິສຖານ​ ພາຍ​ໃນ​ທ້າຍປີ 2012 ຊຶ່ງ​ແມ່ນກ່ອນ​ກໍານົດການ​ຖອນ​ອອກ​ໄປ ໃນປີ 2014 ຂອງ​
ກຸ່ມ​ເນ​ໂຕນັ້ນ​ ຕັ້ງ​ຫລາຍ​.

ທະຫານ​ຝຣັ່ງຈໍ​ານວນ 1,400 ຄົນ​ທີ່ຍັງ​ເຫຼືອ​ຢູ່​ໃນອັຟກາ​ນິສຖານນັ້ນ ຈະ​ຊ່ອຍ​ກອງ​ກໍາ​ລັງ
​ຂອງອັຟກາ​ນີສຖານ​ ​ໃນດ້ານ​ການ​ຝືກຊ້ອມ​ແລະ​ດ້ານ​ການ​ບໍາລຸງ. ນອກນີ້​ ຝຣັ່ງຍັງ​ມີຕໍາ
ຫຼວດ​ອີກ 150 ຄົນໃນອັຟກາ​ນີສຖານ​. ​

XS
SM
MD
LG