ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເນ​ໂຕ້​ ສັງຫານ ທະຫານ ​ອັຟກາ​ນີສຖານ ທີ່​ຍິງປືນໃສ່ ທະຫານ​ຂອງຕົນ


ທະຫານສະຫະລັດແລະທະຫານອັຟການີສຖານ
ທະຫານສະຫະລັດແລະທະຫານອັຟການີສຖານ

ກໍາ​ລັງ​ທະຫານ​ເນ​ໂຕ້​ໄດ້​ສັງຫານທະຫານ​ອັຟກາ​ນີສຖານ​ຄົນ​ນຶ່ງ ທີ່​ພະຍາຍາມຍິງ​ສັງຫານ ທະຫານ​ກຳລັງ​ປະສົມ​ທີ່​ຄ້າຍ​ແຫ່ງ​ນຶ່ງ ທາງພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສຖານ.

​ໂຄສົກ​ເນ​ໂຕ້ ກ່າວ​ວ່າ ບໍ່​ມີ​ທະຫານ​ຂອງ​ກໍາລັງ​ປະສົມເສຍ​ຊີວິດ ​ໃນ​ການ ໂຈມ​ຕີ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ແຂວງ Laghman ​ແຕ່​ເນ​ໂຕ້​ບໍ່​ຍອມ​ເປີດ​ເຜີຍ​ວ່າ ມີ​ຜູ້​ໄດ້ຣັບບາດ​ເຈັບ​ໃນ​ເຫດ​ການ​ດັ່ງກ່າວຫຼືບໍ່.

​ເຫດການ​ຍິງກັນ​ໃນ​ຄັ້ງ​ນີ້ ​ປະກົດ​ວ່າ​ເປັນ​ເທື່ອ​ທີ່​ສອງ​ທີ່​ທະຫານອັຟກາ​ນີສ ຖານ​ໄດ້​ໂຈມ​ຕີ​ກຳລັງ​ທະຫານ​ຕ່າງປະ​ເທດ​ໃນ​ອາທິດ​ນີ້. ອົງການເນ​ໂຕ້​ເວົ້າ​ເມື່ອວັນອັງຄານ​ຜ່ານ​ມາ​ວ່າ ມື​ປືນ​ສອງ​ຄົນທີ່ປອມ​ຕົວ ໃສ່​ເຄຶ່ອງ​ແບບ​ກອງ ທັບ​ແຫ່ງ​ຊາດ​ອັຟກາ​ນີສຖານ ໄດ້​ຍິງ​ສັງຫານ​ທະຫານ​ເນ​ໂຕ້​ຄົນ​ນຶ່ງ​.

ຕົກ​ມາຮອດ​ປັດຈຸບັນ​ນີ້ ມີການ​ໂຈມ​ຕີ​ຢ່າງ​ໜ້ອຍ 25 ຄັ້ງ​ທີ່​ເອີ້ນ​ວ່າ ສີ​ຂຽວ​ປະ​ທະ​ສີຟ້າ ​ເວົ້າ​ເຖິງ​ສີ​ເຄຶ່ອງ​ແບບ​ທະຫານ ທີ່​ທະຫານ​ຕ່າງປະ​ເທດ​ໄດ້​ຖືກ ສັງຫານ​ໂດຍ​ທະຫານ​ຂອງ​ອັຟກາ​ນີສຖານ​ເອງ ຫຼື​ໂດຍ​ພວກ​ກໍ່​ການ​ຮ້າຍທີ່ ປອມຕົວ​ໃສ່​ເຄຶ່ອງ​ແບບ​ຂອງ​ພວກ​ເຂົາ​ເ​ຈົ້ານັ້ນ.

XS
SM
MD
LG