ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫົວໜ້າກອງທັບສະຫະລັດ ຢ້ຽມຢາມອັຟການີສຖານ


ພົນເຮືອເອກ Mike Mullen ກັບນາຍທະຫານປາກິສຖານ ກ່ອນໄປຢ້ຽມຢາມອັຟການິສຖານ.
ພົນເຮືອເອກ Mike Mullen ກັບນາຍທະຫານປາກິສຖານ ກ່ອນໄປຢ້ຽມຢາມອັຟການິສຖານ.

ເຈົ້າໜ້າທີ່ທະຫານລະດັບສູງສຸດຂອງສະຫະລັດຢ້ຽມຢາມອັຟການິສຖານ ພົນເຮືອເອກ Mike Mullen ຜູ້ບັນຊາການກອງທັບຂອງສະຫະລັດ ໄດ້ເດີນ ທາງໄປເຖິງອັຟການີສຖານແລ້ວ ບ່ອນທີ່ກຳລັງທະຫານຂອງ ສະຫະລັດໄດ້ຕໍ່ສູ້ກັບກຸ່ມຫົວຮຸນແຮງຕາລິບານ ແລະອາລເຄອີດາ ນັບຕັ້ງແຕ່ທ້າຍປີ 2001 ເປັນຕົ້ນມານັ້ນ.

ນາຍພົນເຮືອເອກ Mike Mullen ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ເລິ່ມຕົ້ນການຢ້ຽມຢາມ ຂອງທ່ານໃນວັນອາທິດມື້ນີ້ ທີ່ເມືອງ ຈາລາລາບັດ ທາງພາກຕາເວັນອອກຂອງອັຟການິສຖານ ຊຶ່ງທ່ານໄດ້ບອກພວກທະຫານວ່າ ພາລະກິດຂອງພວກເຂົາເຈົ້າໃນປີນີ້ ແມ່ນມີຂຶ້ນໃນ ໄລຍະເວລາທີ່ກັນດານທີ່ສຸດ. ນາຍພົນ ມູລເລີນ ກ່າວວ່າ ຖ້າຫາກກອງກຳລັງຜະສົມບໍ່ສາມາດເອົາ ຊະນະພວກກຸ່ມຫົວຮຸນແຮງອິສລາມໄດ້ແລ້ວ ພວກເຂົາກໍຈະໂຜ່ຕົວຂື້ນມາມີຄວາມເຂັ້ມແຂງຫລາຍກວ່າເກົ່າອີກໃນອະນາຄົດ.

ນາຍພົນມູລເລີນ ກ່າວເມື່ອວັນເສົາວານນີ້ທີ່ປະເທດປາກີສຖານວ່າ ເຖິງແມ່ນວ່າສະຫະລັດມີແຜນການ ຈະຖອນທະຫານອອກໄປຈາກອັຟການີສຖານ ໃນເດືອນກໍລະກົດປີໜ້ານີ້ກໍຕາມ ແຕ່ຄວາມໝັ້ນໝາຍຂອງ ສະຫະລັດ ໃນຂົງເຂດດັ່ງກ່າວນີ້ກໍຍັງຈະຍືນຍົງຢູ່ຕໍ່ໄປ. ທ່ານກ່າວຕໍ່ໄປວ່າ ລັດຖະບານ ອັຟການີສຖານ ແລະກຳລັງຜະສົມທີ່ສະໜັບສະໜຸນ ພວກເຂົາເຈົ້ານັ້ນຍັງບໍ່ເຂັ້ມແຂງພຽງພໍທີ່ຈະສາມາດເຈລະຈາກັບພວກຫົວຮຸນແຮງຢ່າງເປັນ ຜົນສຳເຫລັດໄດ້.

XS
SM
MD
LG