ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດ ສະຫຼະຊີບ ສັງຫານ 72 ຄົນ ຢູ່ວັດ ອິສລາມ 2 ແຫ່ງ ໃນ ອັຟການິສຖານ


ກຳລັງຮັກສາຄວາມປອດໄພ ກວດເບີີ່ງບ່ອນເກີດເຫດ ໃນການວາງລະເບີດ ຢູ່ນອກວັດ Shiite ໃນນະຄອນ Kabul ປະເທດ Afghanistan.
ກຳລັງຮັກສາຄວາມປອດໄພ ກວດເບີີ່ງບ່ອນເກີດເຫດ ໃນການວາງລະເບີດ ຢູ່ນອກວັດ Shiite ໃນນະຄອນ Kabul ປະເທດ Afghanistan.

ພວກ​ວາງ​ລະ​ເບີດ​ສະຫຼະຊີບ ​ໂຈມ​ຕີວັດ​ອິສລາມ​ສ​ອງ​ແຫ່ງ​ ໃນ​ນະຄອນ​ຫລວງ ອັຟກາ
ນິສຖານ ​ໃນ​ວັນ​ສຸກ​ວານ​ນີ້ ເຮັດໃຫ້ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 72 ຄົນ.

ຢູ່​ທີ່​ວັດ​ Shi’ite ​ແຫ່ງນຶ່ງ ​ໃນ​ນະຄອນຫລວງອັຟກາ​ນິສຖານ ຢ່າງ​ໜ້ອຍ 39 ຄົນ​ໄດ້​ເສຍ​
ຊີວິດ ​ແລະບໍ່ຕ່ຳກວ່າ 41 ຄົນ​ໄດ້​ຮັບ​ບາ​ດ​ເຈັບ.

ທ້າວ Ibrahim ຜູ້​ຊຶ່ງຟ້າວ​ແລ່ນ​ໄປຫາວັດ ​ຫລັງ​ຈາກ​ໄດ້ເກີດເຫດລະ​ເບີດ​ແຕກ ກ່າວ​ວ່າ
“ນີ້​ເປັນ​ເລື້ອງທີ່​ປ່າ​ເຖື່ອນ​ທີ່​ສຸດ.”

ພວກ​ເຈົ້າ​ໜ້​າທີ່​ຮັກສາຄວາມ​ປອດ​ໄພ​ກ່າວ​ຕໍ່ ວີ​ໂອ​ເອວ່າ ຜູ້​ວາງ​ລະ​ເບີດ​ໄດ້​ຍ່າງ​ເຂົ້າ​ໄປ
ໃນວັດ​ Imam Zaman ຊຶ່ງຕັ້ງ​ຢູ່ທີ່ຄຸ້ມ Dashti Barch ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ນະ
ຄອນ Kabul ​ໃນຕອນແລງວັນສຸກວານນີ້ ແລະກໍ​ໄດ້​ລະ​ເບີດ​ຕົນ​ເອງ.

ຜູ້​ເຫັນ​ເຫດການ​ກ່າວ​ຕໍ່ອົງການຂ່າວ AFP ວ່າ “ຜູ້​ວາງ​ລະ​ເບີດ​ຄົນ​ນຶ່ງທີ່ມີລະເບີດ​ເຕັມ
ໂຕ ​ແລະ​ລູກ​ລະ​ເບີດ​ມື​ມັດ​ອ້ອມ​ໂຕຂອງ​ລາວ.”

​ເວັບ​ໄຊ​ສະໜັບສະໜູນກຸ່ມ​ລັດ​ອິສລາມ​ແຫ່ງ​ນຶ່ງ​ ​ລາຍ​ງານ​ວ່າ ບັນດາ​ຜູ້​ຈົງ​ຮັກ​ພັກ​ດີໄດ້
​ອ້າງ​ເອົາ​ຄວາ​ມຮັບຜິດຊອບ ຕໍ່​ການ​ໂຈມ​ຕີທີ່​ນະຄອນ Kabul. ເຄືອ ຂ່າຍຂອງກຸ່ມກໍ່​ການ
​ຮ້າຍ​ລັດ​ອິສລາມ​ໃນ​ອັຟກາ​ນິສຖານ​ໄດ້​ອ້າງ​ເອົາ​ຄວາມຮັບຜິດຊອບ​ຕໍ່​ການວາງລະ​ເບີດ
ໃສ່​ວັດແຫ່ງຕ່າງໆຂອງຊາວ Shi’ite ​ໃນ​ນະຄອນ ຫຼວງ Kabul ​ແລະ​ແຫ່ງ​ອື່ນໆ​ໃນ​ອັຟ
ກາ​ນິສຖານ ເມື່ອໄວໆຜ່ານມານີ້.

​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້ີນີ້ ພວກ​ຫົວ​ຮຸນ​ແຮງ​ໄດ້​ຍິງ​ລູກ​ຈະ​ຫລວດ​ສອງລູກ​ເຂົ້າ​ໃສ່ກອງ​ບັນ
ຊາ​ການອົງການ NATO ຢູ່​ນະຄອນຫຼວງ Kabul​. ບໍ່​ມີ​ລາຍ​ງານໃນ ທັນທີ ກ່ຽວກັບ​ບາດ​
ເຈັບ​ລົ້ມຕາຍ ໃນການໂຈມຕີນີ້ເທື່ອ ທີ່​ໄດ້​ເນັ້ນ​ໜັກ​ໃຫ້ເຫັນ ເຖິງ​ສະພາບການ​ດ້ານ​ຄວາມ
​ປອດ​ໄພທີ່ພວມຊຸດໂຊມລົງ​ຢູ່​ໃນ​ປະ​ເທດດັ່ງກ່າວ.

ການໂຈມຕີດ້ວຍລະ​ເບີດ​ສະຫຼະ​ຊີບ​ລູກ​ທີ​ສອງ​ ໃນວັນສຸກວານນີ້ ໄດ້​ມີ​ຂຶ້ນ​ຢູ່​ວັດ Sunni ​ແຫ່່ງນຶ່ງ ​ຢູ່​ແຂວງ Ghor ໃນພາກກາງອັຟກາ​ນິສຖານທີ່​ເຮັດໃຫ້​ພວກ​ໄປ​ສວດມົນພາວະ
ນາຢ່າງ​ໜ້ອຍ 33 ຄົນ​ເສຍຊີວິດ ຮວມທັງ​ຜູ້ນຳ​ທ້ອງ​ຖິ່ນ​ຄົນ​ນຶ່ງ ທີ່ເປັນ​ເປົ້າ​ໝາຍ​ຂອງ​ກາ​ນ
ວາງ​ລະ​ເບີດນີ້.

ອະດີດຜູ້ບັນຊາການກຳລັງຈີຮາດ ທີ່​ສະໜັບ​ສະ​ໜູນ​ລັດຖະບານ​ຄົນ​ນຶ່ງ ໄດ້ໄປ​ຮ່ວມສູດ​ມົນພາວະນາພ້ອມ​ດ້ວຍ​ພວກ​ສະໜັບສະໜູນ ​ເວລາ​ຜູ້​ວາງເບີດໄດ້ບຸກ ​ເຂົ້າໄປໃນວັດ
ດັ່ງກ່າວ. ຍັງບໍ່​ມີ​ກຸ່ມໃດ​ອ້າງເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ນີ້ເທື່ອ.

​ເກືອບ 200 ຄົນ ສ່ວນ​ໃຫຍ່ແມ່ນ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ເສຍຊີວິດ​ໃນ​ການໂຈມ
ຕີຂອງພວກຫົວຮຸນແຮງຢູ່​ແຫ່ງ​ອື່ນໆທົ່ວ​ອັຟກາ​ນິສຖານ ໃນ​ອາທິດ​ນີ້ ​ເຮັດ​ໃຫ້​ເປັນ​ນຶ່ງ​ໃນອາທິດທີ່​ຮ້າຍ​ແຮງ​ສຸດ ​ໃນໄລຍະສອງສາມເດືອນຜ່ານມາ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG