ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນງານ ບໍ່ຖ່ານຫີນ 27 ຄົນ ເສຍຊີວິດ ຢູ່ ອັຟການິສຖານ


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ
ເຈົ້າໜ້າທີ່ໃນພາກເໜືອອັຟການິສຖານກ່າວວ່າ ບໍ່ຖ່ານຫີນແຫ່ງ
ນຶ່ງທີ່ຍຸບລົງໄດ້ສັງຫານພວກຂຸດຖ່ານຫີນຢ່າງໜ້ອຍ 27 ຄົນແລະ
ໄດ້ຮັບບາດເຈັບອີກ 20 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ເຫດຮ້າຍດັ່ງກ່າວເກີດຂຶ້ນໃນວັນເສົາວານນີ້ຢູ່
ທີ່ເມືອງ Ruyi Du Ab ໃນແຂວງ Samangan.

ມາດຕະຖານກ່ຽວກັບຄວາມປອດໄພ ໃນບ່ອນເຮັດວຽກ ແມ່ນບໍ່
ຄ່ອຍດີປານໃດຢູ່ໃນອັຟການິສຖານ ດັ່ງດຽວກັນກັບຢູ່ໃນຫຼາຍໆ
ປະເທດທີ່ກຳລັງພັດທະນາ.

ລັດຖະບານຫວັງວ່າ ຈະພັດທະນາຄວາມຮັ່ງມີຈາກຊັບພະຍາກອນບໍ່ແຮ່ຢູ່ໃນດິນແດນຂອງ ຕົນ ຊຶ່ງເປັນເປົ້າໝາຍທີ່ພວມໄດ້ຮັບການທ້າທາຍ ໃນຂະນະທີ່ອັຟການິສຖານ ພວມຕໍ່ສູ້ກັບ ການກໍ່ກະບົດຂອງກຸ່ມທາລີບານນັ້ນ.
XS
SM
MD
LG