ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ GATES ຮຽກຮ້ອງໃຫ້ ອົດທົນໃນ AFGHANISTAN


ລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານ ROBERT GATES ກ່າວ ວ່າ ການບາດເຈັບລົ້ມຕາຍເພີ້ມຂຶ້ນຂອງພວກທະຫານ ໃນ AFGHANISTAN ແລະຄວາມກ້າວໜ້າ ທີ່ໄດ້ມີຂຶ້ນຢ່າງຊ້າໆ ໃນການປະຕິບັດງານຕໍ່ຕ້ານພວກທາ ລີບານຢູ່ໃນເຂດພາກໃຕ້ນັ້ນ ເຮັດໃຫ້​ເບິ່ງ​ຄື​ວ່າສະຖານະການ ມີຄວາມ ຮ້າຍແຮງ ເກີນກວ່າ​ໃນ​ພາກໂຕຈິງ.

ທ່ານ GATES ທີ່ໄດ້ຖືກຊັກຖາມ ໂດຍບັນດາສະມາຊິກສະພາສູງສະຫະ ລັດໃນວັນພຸດວານນີ້ ກ່າວວ່າ ການບາດເຈັບລົ້ມຕາຍເພີ້ມຂຶ້ນ ແມ່ນຄາດໄວ້ແລ້ວ ຂະນະທີ່ມີການຈັດສົ່ງທະຫານສະຫະລັດຕື່ມອີກ 30 ພັນຄົນໄປຍັງປະເທດດັ່ງກ່າວ

ທ່ານຮຽກຮ້ອງໃຫ້ມີຄວາມອົດທົນ ໂດຍເວົ້າວ່າ ບໍ່ຄວນຄາດຫວັງທີ່ຈະໄດ້ ເຫັນຜົນທັນທີ ໃນຕອນຕົ້ນໆຂອງການຈັດຕັ້ງປະຕິບັດ ຍຸທະສາດ AFGHA-NISTAN ຊຶ່ງໄດ້ມີການເປີດເຜີຍໃຫ້ຊາບໃນຕົ້ນປີນີ້.

ໃນມື້ວານນີ້​ເຊ່ນ​ກັນ ຫົວໜ້າ​ກ​ອງບັນຊາການເຂດກາງຂອງ​ສະຫະລັດ ນາຍພົນ DAVID PETRAEUS ກໍ​ໄດ້​ກ່າວວ່າ ວັນເວລາສຳລັບການຖອນ ທະຫານສະຫະລັດອອກຈາກ AFGHANISTAN ໃນປີໜ້າ ແມ່ນການເລີ້ມຕົ້ນ ໃນການຫຼຸດກຳລັງທະຫານສະຫະລັດລົງ ແລະໂອນຄວາມຮັບຜິດຊອບ ໄປໃຫ້ ກຳລັງ AFGHANISTAN ຢ່າງເປັນລະບຽບ ແລະບໍ່​ແມ່ນ​ການຟ້າວ​ຟັ່ງຖອນ ທະຫານອອກໄປແຕ່ຢ່າງໃດ. ນາຍພົນ PETRAEUS ​ໄດ້​ໃຫ້ການ​ຕໍ່ຄະນະກຳ ມະການນຶ່ງຂອງສະພາສູງສະຫະລັດວ່າ ສະພາບການທາງພາກພື້ນດິນ ຈະ​ເປັນສິ່ງກຳໜົດວ່າ ການຖອນທະຫານຊຶ່ງຈະເລີ້ມຂຶ້ນ ໃນເດືອນ ກໍລະກົດ ປີ 2011 ນັ້ນ ​ ຈະດຳ​ເນີນ​ໄປ​ໄວ​ຫລື​ຊ້າ.

XS
SM
MD
LG