ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ອັງກິດ ຢ້ຽມຢາມ ອາຟະການິດສະຖານ


ແຜນທີ່ອັບການິດສະຖານ
ແຜນທີ່ອັບການິດສະຖານ

ລັດຖະມົນຕີ 3 ທ່ານ ຈາກຄະນະ ລັດຖະບານຊຸດໃໝ່ ຂອງອັງກິດ ໄດ້ເດີນທາງໄປເຖິງອາຟະການິດສະຖານແລ້ວ.

ລັດຖະມົນຕີການຕ່າງປະເທດທ່ານ WILLIAM HAGUE ລັດຖະມົນຕີ ກະຊວງປ້ອງກັນປະເທດ ທ່ານ LIAM FOX ແລະ ລັດຖະມົນຕີພັດທະນາ ລະຫວ່າງ ປະເທດ ທ່ານ ANDREW MITCHELL ໄດ້ເດີນທາງ ໄປເຖິງນະຄອນຫຼວງ ກາບູລ ໃນຕອນເຊົ້າ ຂອງວັນເສົາມື້ນີ້.

ລັດຖະມົນຕີ ທັງ 3 ຂອງອັງກິດ ມີກຳນົດ ທີ່ຈະພົບປະ ກັບປະທານາທິບໍດີ ອາຟະການິດສະຖານ ທ່ານຮາມິດ ກາໄຊ ຕະຫລອດທັງ ການໄປຢ້ຽມ ທະຫານອັງກິດ ແລະໂຄງການ ພັດທະນາຕ່າງໆ ທີ່ໄດ້ຮັບທຶນ ສະໜັບສະໜຸນ ຈາກອັງກິດ.

ລັດຖະມົນຕີ ການຕ່າງປະເທດ HAGUE ກ່າວເຖິງ ອາຟະການິດສະຖານວ່າ ເປັນບັນຫາ ທີ່ຮີບດ່ວນສຸດ ສຳລັບອັງກິດ. ສ່ວນລັດຖະມົນຕີ ປ້ອງກັນປະເທດ FOX ເວົ້າວ່າ ທ່ານ ຢາກເຫັນ ສະພາບການໂຕຈິງທາງດ້ານທະຫານ ແລະພົບປະ ກັບພວກ ນາຍທະຫານອະວຸໂສ ຂອງອັງກິດ ທີ່ນັ້ນ.

ມີທະຫານອັງກິດ ຫຼາຍກວ່າ 280 ຄົນ ໄດ້ເສຍຊີວິດ ໃນອາຟະການິດສະຖານ ນັບແຕ່ປີ 2001 ເປັນຕົ້ນມາ. ອັງກິດ ມີທະຫານເກືອບ 10 ພັນຄົນ ໃນອາຟະການິດສະຖານ ເພື່ອຊ່ອຍໃນການຕໍ່ສູ້ ກັບພວກກະບົດ ທາລີີບານ.

ກຳລັງຂອງອັງກິດ ແມ່ນສ່ວນນຶ່ງ ຂອງກຳລັງທະຫານນາໆຊາດ ທີ່ປະກອບດ້ວຍທະຫານ ອະເມລິກັນ ເປັນສ່ວນໃຫຍ່ ຊຶ່ງຄາດວ່າ ຈະມີຈຳນວນເພີ້ມຂຶ້ນ ເປັນປະມານ 140 ພັນຄົນ ພາຍໃນ ບໍ່ເທົ່າໃດອາທິດ ຂ້າງໜ້ານີ້.

XS
SM
MD
LG