ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ເນໂຕ້ 2 ຄົນ ເສຍຊີວິດ ໃນອັຟການິສຖານ


ທະຫານອັຟການິສຖານຄົນນຶ່ງ ພວມລາດຕະເວນທີ່ແຂວງ Logar ໃນພາກຕາເວັນອອກອັຟການິສຖານ (17 ພຶດ ສະພາ 2012)
ທະຫານອັຟການິສຖານຄົນນຶ່ງ ພວມລາດຕະເວນທີ່ແຂວງ Logar ໃນພາກຕາເວັນອອກອັຟການິສຖານ (17 ພຶດ ສະພາ 2012)

ອົງການ​ເນ​ໂຕ້​ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ພວກ​ກະບົດ​ໃນ​ພາກ​ຕາ​ເວັນ​ອອກ​ອັຟການິສຖານ ​
ເຮັດ​ໃຫ້​ທະຫານ​ຂອງ​ກຳລັງ​ປະສົມ​ນາໆ​ຊາດ​ເສຍ​ຊີວິດ 2 ຄົນ.

ອົງການ​ເນ​ໂຕ້​ ໄດ້​ໂອນຄວາມ​ຮັບຜິດຊອບ ​ໃນ​ດ້ານ​ການ​ຮັກສາ​ຄວາມ​ປອດໄພ​ສ່ວນ​ໃຫຍ່​
ໄປ​ໃຫ້ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ຂອງ​ອັຟກາ​ນິສຖານ​ແລ້ວ. ສ່ວນ​ໃຫຍ່​ຂອງ​ກຳ​ລັງ​ທະຫານ​ຕ່າງປະ
​ເທດ​ຈຳນວນ 130,000 ຄົນ ມີ​ກຳນົດ​ທີ່​ຈະ​ຖອນ​ອອກ​ໄປ ຈາກ​ປະ​ເທດ​ດັ່ງກ່າວ​ ໃນ​ທ້າຍ​ປີ
2014.

ປະທານາທິບໍດີ​ອັຟກາ​ນິສຖານ ທ່ານ​ຮາ​ມິດ​ ກາ​ໄຊ ​ແລະ​ບັນດາ​ຜູ້ນຳ​ຂອງ​ຕ່າງປະ​ເທດ​ທີ່​
ໃຫ້ການ​ຊ່ອຍ​ເຫຼືອຈະ​ພົບ​ປະກັນ​ທີ່​ນະຄອນ Chicago ໃນ​ວັນ​ອາທິດ​ຈະມານີ້ ​ເພື່ອ​ວາງ​
ລາຍ​ລະອຽດ​ຂັ້ນສຸດ​ທ້າຍ​ໃນ​ການ​ຖອນ​ທະຫານ​ຕ່າງປະ​ເທດ ​ແລະວາງ​ໂຄງ​ຮ່າ​ງການ​ໃຫ້
​ຄວາມ​ຊ່ອຍ​ເຫຼືອຂອງ​ນາໆ​ຊາດ​ໃນ​ອະນາຄົດ​ແກ່​ອັຟ ກາ​ນິສຖານ.

​ໃນ​ວັນ​ພະຫັດ​ວານ​ນີ້ ພວກ​ໂຈມ​ຕີ 4 ຄົນ​ ທີ່​ໃສ່​ເສື້ອ​ໃຫຍ່​ບັນຈຸ​ລະ​ເບີດ ມີ​ປືນ ​ແລະ​ເຄື່ອງ​
ຍິງ​ຈະ​ຫຼວດ RPG ​ເປັນ​ອາວຸດໄດ້​ບຸກ​ເຂົ້າ​ໂຈມ​ຕີ​ເຮືອນເຈົ້າ​ແຂວງ​ໃນ​ພາກ​ຕາ​ເວັນ​ຕົກອັຟ
ກາ​ນິສານເຮັດໃຫ້​ຕຳຫຼວດ 6 ຄົນ​ແລະ​ພົນລະ​ເຮືອນ​ຄົນນຶ່ງ​ເສຍ​ຊີວິດ.

​ເຈົ້າໜ້າ​ທີ່​ເວົ້າວ່າ ພວກໂຈມ​ຕີ​ທັງ​ໝົດ​ໄດ້​ຖືກ​ສັງຫານ ​ໃນ​ເຫດ​ຮ້າຍ​ທີ່​ເກີດ​ຂຶ້ນຢູ່ ​ທີ່ແຂວງ
Farah.

XS
SM
MD
LG