ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານກາໄຊ ມ້ວນທ້າຍ ການຢ້ຽມຢາມ ສະຫະລັດ


ປະທານາທິບໍດີ ອັບການິດສະຖານ ທ່ານຮາມິດ ກາໄຊ ມ້ວນທ້າຍ ການຢ້ຽມຢາມ ສະຫະລັດ ເປັນເວລາ 4 ມື້ ໃນວັນສຸກມື້ນີ້ ດ້ວຍການໄປຢ້ຽມ ຄ້າຍທະຫານແຫ່ງນຶ່ງ ທີ່ລັດເຄັນຕັກກີ.

ທ່ານກາໄຊ ມີກຳນົດ ຈະພົບປະ ກັບພວກທະຫານ ທີ່ພວມລໍຖ້າ ຖືກສົ່ງໄປ ປະຕິບັດງານ ໃນອັບການິດສະຖານ ທີ່ຄ້າຍທະຫານບົກ CAMPBELL. ປະທານາທິບໍດີ ອັບການິດສະຖານ ໄດ້ສະແດງ ຄວາມຮູ້ບຸນຄຸນ ຊໍ້າແລ້ວຊໍ້າອີກ ໃນສັບປະດານີ້ ຕໍ່ການໃຫ້ຄວາມ ສະໜັບສະໜຸນ ຂອງສະຫະລັດ ແລະ ການເສຍສະລະ ຂອງທະຫານ ອະເມລິກັນ ໃນອັບການິດສະຖານ ດ້ວຍການ ໄປຢ້ຽມຢາມ ພວກທະຫານບາດເຈັບ ທີ່ໂຮງພະຍາບານ ແຫ່ງນຶ່ງ ແລະການໄປຢ້ຽມ ສຸສານແຫ່ງຊາດ ອາຣ໌ລິງຕັນ ໃກ້ໆນະຄອນຫຼວງ ວໍຊິງຕັນ.

ການເຄື່ອນໄຫວ ໃນມື້ນີ້ ຈະມ້ວນທ້າຍ ການຢ້ຽມຢາມ ຂອງທ່ານກາໄຊ ທີ່ໄດ້ພົບປະ ກັບພວກເຈົ້າໜ້າທີ່ຂັ້ນສູງ ຫລາຍໆທ່ານ ທີ່ກຸງວໍຊິງຕັນ ໃນໄລຍະ 3 ມື້ຜ່ານມາ ຮວມທັງ ປະທານາທິບໍດີ ບາຣັກ ໂອບາມາ ແລະ ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ.

ໃນການຕອບຄຳຖາມ ພວກນັກຂ່າວ ໃນວັນພະຫັດ ວານນີ້ ທ່ານກາໄຊ ແລະ ລັດຖະມົນຕີ ການຕ່າງປະເທດ ຄລິນຕັນ ເວົ້າວ່າ ການເຈລະຈາຫາລື ເປັນເວລາ 3 ມື້ ໄດ້ປັບປຸງ ຄວາມສຳພັນ ທີ່ຊຸດໂຊມລົງ ໃນໄລຍະ ສອງສາມເດືອນ ຜ່ານມາ ຍ້ອນການກ່າວຫາ ຢ່າງຮຸນແຮງ ລະຫວ່າງ ທັງສອງຝ່າຍນັ້ນ ໃຫ້ດີຂຶ້ນ.

XS
SM
MD
LG