ອົງການເນໂຕ້ກ່າວວ່າ ຜູ້ໂຈມຕີຄົນນຶ່ງທີ່ໃສ່ເຄື່ອງແບບທະຫານອັຟການິສຖານໄດ້ຍິງປືນເຂົ້າ
ໃສ່ກຳລັງປະສົມ ເປັນເຫດໃຫ້ທະຫານກຳລັງປະສົມຄົນນຶ່ງເສັຍຊີວິດ.
ກຸ່ມພັນທະມິດເນໂຕ້ກ່າວວ່າ ການໂຈມຕີດັ່ງກ່າວມີຂຶ້ນໃນວັນສຸກມື້ນີ້ ໃນພາກຕາເວັນອອກ
ຂອງອັຟການິສຖານ.
ຖະແຫຼງການຂອງອົງການເນໂຕ້ບໍ່ໄດ້ລະບຸໃຫ້ຊາບວ່າທະຫານທີ່ຕາຍເປັນຄົນຊາດໃດ. ນອກ
ນັ້ນກໍບໍ່ມີຂ່າວຄາວໃດໆເທື່ອກ່ຽວກັບສະພາບຂອງມື້ປືນຄົນນີ້.
ອົງການຂ່າວເອພີລາຍງານວ່າ ກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີມື້
ນີ້.
ເຫດຮ້າຍດັ່ງກ່າວ ແມ່ນນຶ່ງໃນການໂຈມຕີຫຼາຍໆຄັ້ງເມື່ອບໍ່ດົນຜ່ານມານີ້ທີ່ທະຫານອັຟການິສ
ຖານ ຫຼືບໍ່ກໍພວກກະບົດປອມໂຕເປັນທະຫານອັຟການິສຖານ ຍິງປືນເຂົ້າໃສ່ທະຫານອົງການ
ເນໂຕ້.
ໃນຕົ້ນເດືອນນີ້ ອົງການເນໂຕ້ກ່າວວ່າ ກຳລັງປະສົມໄດ້ສັງຫານຜູ້ຊາຍຄົນນຶ່ງທີ່ໃສ່ເຄື່ອງແບບ
ທະຫານອັຟການິສຖານຫຼັງຈາກຊາຍຄົນນີ້ໄດ້ຍິງປືນເຂົ້າໃສ່ທະຫານກຳລັງປະສົມຈຸນຶ່ງຊຶ່ງເປັນ
ເຫດໃຫ້ທະຫານຄົນນຶ່ງເສຍຊີວິດ.
ໃນເດືອນເມສາຜ່ານມາ ທະຫານອັຟການິສຖານອີກຄົນນຶ່ງກໍໄດ້ຍິງສັງຫານທະຫານອະເມຣິ
ກັນ ທີ່ແຂວງການດາຮາໃນພາກໃຕ້ຂອງປະເທດ.
ເຫດຮ້າຍເຫຼົ່ານີ້ພາໃຫ້ມີຄວາມວິຕົກກັງວົນ ກ່ຽວກັບຄວາມປອດໄພຢູ່ໃນອັຟການິສຖານໃນ
ເວລາທີ່ກຳລັງສູ້ລົບຂອງນາໆຊາດພວມກະກຽມທີ່ຈະຖອນອອກໄປຈາກປະເທດດັ່ງກ່າວ.
ກຳລັງນາໆຊາດມີກຳນົດທີ່ຈະມອບໂອນຄວາມຮັບຜິດຊອບ ໃຫ້ແກ່ທະຫານອັຟການິສຖານ
ພາຍໃນປີ 2014 ຊຶ່ງເປັນກຳນົດເສັ້ນຕາຍໃນການຖອນທະຫານນາໆຊາດ.