ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ທະນາຍວ່າ ທະຫານ ທີ່ກໍ່ເຫດ ຍິງສັງຫານ ຍ້ອນ ໝູ່ຂອງລາວ ບາດເຈັບ (ເບິ່ງວີດີໂອ)


ທ່ານ John Henry Browne ທະນາຍຄວາມ ຂອງທະຫານອາເມຣິກັນ ທີ່ຖືກກ່າວຫາວ່າ ຍິງສັງຫານພົນລະ ເຮືອນ ຢູ່ອັຟການິສຖານ ກ່າວຕໍ່ພວກນັກຂ່າວທີ່ນະຄອນ Seattle (16 ມີນາ 2012)

ທະນາຍຄວາມ​ພົນລະ​ເຮືອນ ​ຂອງ​ທະຫານ​ອາ​ເມຣິກັນ ​ທີ່​ຖືກ​ກ່າວ​ຫາ​ວ່າ​ຍິງສັງຫານ​ແບບ​ບໍ່​
ເລືອກ​ໜ້າ​ຢູ່ໃນ​ອັຟກາ​ນິສຖານ​ກ່າວ​ວ່າລູກ​ຄວາມ​ຂອງ​ລາວເບິ່ງ​ຊົງວ່າ​ເກີດ​ຄວາມ​ຕຶງ​ຄຽດຢ່າງ​
ໜັກ​ຫຼັງຈາກ​ໄດ້​ເຫັນ​ໝູ່​ເພື່ອນ​ຂອງ​ລາວ​ຄົນ​ນຶ່ງ​ບາດ​ເຈັບ​ສາຫັດ.

ທະນາຍຄວາມ John Henry Browne ​ເວົ້າວ່າ ສິບ​ເອກອາຍຸ 38 ປີຄົນ​ນີ້​ ໄດ້​ເຫັນ​ຂາ​
ໝູ່​ຂອງ​ລາວ​ຄົນ​ນຶ່ງຖືກ​ລະ​ເບີດ​ຂາດ​ອອກນຶ່ງ​ມື້ກ່ອນ​ທີ່​ຈະ​ມີ​ການ​ສັງຫານໝູ່ພົນ​ລະ​ເຮືອນ​ຊາວ
ອັຟກາ​ນິສຖານ 16 ຄົນ ທີ່​ແຂວງ​ການ​ດາ​ຮາ.

ທ່ານ Browne ກ່າວ​ຕື່ມ​ວ່າ ລູກ​ຄວາມ​ຂອງ​ລາວ​ຍັງ​ຮູ້ສຶກມີ​ຄວາມ​ບໍ່ພໍ​ໃຈ​ ກ່ຽວ​ກັບ​ການຖືກ
ສົ່ງໄປ​ປະຕິບັດ​ງານສູ້​ລົບ ​ເປັນ​ເທື່ອ​ທີ 4. ທະຫານ​ຄົນ​ນີ້ ​ເຄີຍ​ໄປ​ປະຕິ​ບັດ​ໜ້າ​ທີ່​ມາ​ແລ້ວ 3
ເທື່ອ​ໃນ​ອີຣັກ ບ່ອນ​ທີ່​ລາວ​ໄດ້​ຮັບ​ບາດ​ເຈັບ​ ຢູ່​ທີ່​ຫົວ ​ແລະສູນ​ເສຍ​ຕີນ​ຂອງ​ລາວ​ໄປ​ສ່ວນ​ນຶ່ງ.
ທະນາຍຄວາມ​ເວົ້າວ່າມີ​ການ​ແຈ້ງ​ໃຫ້ທະຫານ​ຄົນ​ນີ້ຊາບວ່າລາວ​ຈະ​ບໍ່​ຖືກ​ສົ່ງ​ໄປ​ປະຕິບັດ​ງານ​
ຢູ່​ອັຟກາ​ນິສຖານ​ແຕ່​ນັ້ນ​ໄດ້ມີ​ການ​ປ່ຽນ​ແປງ ທີ່​ຈິງ​ແລ້ວ​ພາຍ​ໃນ​ເວລາ​ຂ້າມ​ຄືນ.

ທະຫານ​ອາ​ເມຣິກັນຊຶ່ງ​ຍັງ​ບໍ່​ທັນ​ມີ​ການ​ແຈ້ງ​ຊື່​ໃຫ້​ຊາບ​ຫຼືການ​ຕັ້ງຂໍ້​ຫາ​ເທື່ອ​ນັ້ນ​ໄດ້ຖືກ​ສົ່ງ​ໂດຍ​
ທາງ​ເຮືອບິນຈາກ​ອັຟກາ​ນິສຖານ ​ໄປ​ຍັງ​ຄູ​ເວດ​ໃນ​ມື້ວັນ​ພຸດ​ຜ່ານ​ມາ. ພົນ​ໂທ Curtis Sca-
parotti ຮອງ​ຜູ້​ບັນຊາ​ການ​ກຳລັງ​ສະຫະລັດ​ໃນ​ອັຟກາ​ນິສຖານກ່າວ​ວ່າ ຜູ້​ຕ້ອງສົງ​ໄສ​ໄດ້​ຖືກ​
ຍ້າຍເພື່ອ​ເປັນ​ການ​ຄໍ້າປະກັນ​ທັງ​ການ​ຄຸມຂັງ​ທີ່ຖືກຕ້ອງ​ເໝາະ​ສົມກ່ອນ​ການ​ດຳ​ເນີນ​ຄະດີ​ແລະ​
ໃຫ້​ມີໂອກາດ​ໄດ້​ຮັບ​ການ​ບໍລິການ​ທາງ​ດ້ານ​ກົດໝາຍ​ຕ່າງໆ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະ​ລັດທ່ານ Leon Panetta ​ໄດ້​ເດີນທາງ​ໄປ​ຢ້ຽມ
ຢາມ​ອັຟກາ​ນິສຖານ​ໃນ​ເດືອນ​ນີ້ແລະ​ການ​ສັງຫານ​ທີ່​ມີ​ການ​ກ່າວ​ຫາວ່າ ​ກະທຳ​ໂດຍ​ທະຫານ
ອາ​ເມຣິກັນນັ້ນ ​ໄດ້​ເປັນ​ຈຸດເພັ່ງ​ເລັງ​ໃນ​ການ​ເຈລະຈາ​ຫາລື​ກັບ​ພວກ​ເຈົ້າໜ້າ​ທີ່​ອັຟກາ​ນິສຖານ.

ປະທານາທິບໍດີ​ອັຟກາ​ນິສຖານ ທ່ານຮາ​ມິດ ກາ​ໄຊ ຮຽກຮ້ອງ​ໃຫ້​ຖອນ​ກຳລັງອົງການ​ເນ​ໂຕ້​
ອອກ​ຈາກ​ໝູ່​ບ້ານ​ຕ່າງໆແລະ​ກັບ​ຄືນ​ເຂົ້າ​ໄປ​ຢູ່​ທີ່​ຄ້າຍ​ຂອງ​ພວກ​ເຂົາ​ເຈົ້າລຸ​ນຫຼັງທີ່​ໄດ້​ເກີດ​ເຫດ​
ຮ້າຍຄັ້ງນີ້.

ນອກ​ນັ້ນທ່ານ​ກາ​ໄຊຍັງ​ແຈ້ງ​ໃຫ້​ທ່ານ Panetta ຊາບ​ວ່າຕ້ອງ​ໄດ້​ມີ​ການ​ດຳ​ເນີນ​ການ​ທຸກ​ສິ່ງ​
ຢ່າງ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຫດ​ຮ້າຍ ​ເຊັ່ນ​ການ​ຍິງ​ສັງຫານ​ໃນ​ຄັ້ງນີ້​ເກີດຂຶ້ນຊໍ້າ​ອີກ​ໃນ​ອະນາຄົດ.
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ກ່າວ​ວ່າ ທ່ານ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ຕໍ່​ປະທາ
ນາທິບໍດີ​ອັຟກາ​ນິສຖານ​ວ່າມື​ປືນ​ຄົນ​ນີ້ຈະຖືກ​ລົງ​ໂທດ​ຕາມ​ກົດໝາຍ.

ໃນ​ວັນ​ສຸກ​ມື້ນີ້ ​ເຈົ້າໜ້າ​ທີ່​ທະຫານ​ສະຫະລັດ​ກ່າວ​ວ່າ ຜູ້​ບັນຊາ​ການ​ສູງ​ສຸດ​ຂອງກຳລັງ​ສະຫະ
ລັດ​ໃນ​ອັຟກາ​ນິສຖານ ​ແມ່ນ​ຢູ່​ໃນ​ເສັ້ນທາງ​ຂອງ​ການ​ໂຈມ​ຕີ​ ທີ່​ບັງເອີນ​ມີ​ຂຶ້ນ ພ້ອມໆ​ກັນ​ກັບ
ການ​ເດີນທາງ​ໄປ​ເຖິງ​ອັຟກາ​ນິສຖານ ​ຂອງ​ທ່ານ Panetta. ພວກ​ເຈົ້າໜ້າ​ທີ່​ໃນ​ຂັ້ນ​ຕົ້ນບໍ່ໄດ້​
ໃຫ້​ຄວາມ​ສຳຄັນ​ໃດໆ​ກ່ຽວ​ກັບ​ເຫດຮ້າຍ​ດັ່ງກ່າວ​ນີ້.

XS
SM
MD
LG