ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັຟການິສຖານ ຍົກຍ້ອງ ບົດບາດ ຂອງ ອິນເດຍ ໃນແຜນຍຸດທະສາດໃໝ່ ຂອງ ສະຫະລັດ


ປະທານາທິບໍດີ ອັຟການິສາຖານ ທ່ານ ອາສຣາຟ ການີ ແລະ ນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ ຈັບມືກັນກ່ອນເລີ່ມຕົ້ນການພົບປະ ຂອງພວກເພິ່ນ ໃນນະຄອນຫຼວງ ນິວເດລີ. 24 ຕຸລາ, 2017.
ປະທານາທິບໍດີ ອັຟການິສາຖານ ທ່ານ ອາສຣາຟ ການີ ແລະ ນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ ຈັບມືກັນກ່ອນເລີ່ມຕົ້ນການພົບປະ ຂອງພວກເພິ່ນ ໃນນະຄອນຫຼວງ ນິວເດລີ. 24 ຕຸລາ, 2017.

ປະທານາທິບໍດີ ອັຟການິສຖານ ທ່ານ ອາສຣາຟ ການີ ໃນລະຫວ່າງການເດີນທາງ
ຢ້ຽມຢາມນະຄອນຫຼວງ ນິວເດລີ ປະເທດ ອິນເດຍ ນັ້ນ, ໄດ້ຍົກຍ້ອງບົດບາດທີ່ໄດ້ກ່າວ
ໄວ້ສຳລັບ ອິນເດຍ ໃນແຜນຍຸດທະສາດ ເອເຊຍໃຕ້ ສະບັບໃໝ່ຂອງລັດຖະບານ ວໍຊິງ
ຕັນ, ເຊິ່ງໄດ້ຮຽກຮ້ອງໃຫ້ລັດຖະບານ ນິວເດລີ ຊ່ວຍສ້າງສະຖຽນລະພາບທາງເສດຖະ
ກິດ ແລະ ນຳເອົາການພັດທະນາມາສູ່ປະເທດອັຟການິສຖານ ທີ່ຖືກທຳລາຍໂດຍສົງ
ຄາມ.

ໃນການເອີ້ນແຜນຍຸດທະສາດດັ່ງກ່າວວ່າ “ຕົວພິກສະຖານະການ” ໃນລະຫວ່າງການ
ກ່າວຄຳປາໄສ ທີ່ອົງການການຄົ້ນຄວ້າ ໃນນະຄອນ ຫຼວງຂອງປະເທດ ອິນເດຍ ນັ້ນ,
ທ່ານ ການີ ໄດ້ກ່າວວ່າ ມັນເປັນການສັນລະເສີນຕໍ່ລັດຖະບານ ນິວເດລີ, ທີ່ລັດຖະ
ບານ ວໍຊິງຕັນ ໄດ້ເລືອກ ອິນເດຍ ໃນຂໍ້ຕົກລົງຄັ້ງໃໝ່ນີ້.”

ໃນລະຫວ່າງການເຈລະຈາໃນນະຄອນຫຼວງ ນິວເດລີ ນັ້ນ, ຜູ້ນຳ ອັຟການິສຖານ ແລະ
ນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ ໄດ້ສະແດງ “ການຕັດສິນໃຈຢ່າງ
ໜັກແໜ້ນ”
ເພື່ອຍຸຕິການຄຸກຄາມຂອງລັດທິກໍ່ການຮ້າຍ, ອີງຕາມຖະແຫຼງການກະ
ຊວງການຕ່າງປະ ເທດ ອິນເດຍ.

ຜູ້ນຳ ອັຟການິສຖານ ຕໍ່ມາໄດ້ກ່າວວ່າ ປາກິສຖານ ໄດ້ມາເຖິງຈຸດທີ່ສຳຄັນ ແລະ ຕ້ອງ
ທຳການຕັດສິນໃຈ, ໃນຂະນະທີ່ທ່ານໄດ້ອ້າງເຖິງການກ່າວຫາປະເທດດັ່ງກ່າວວ່າ ສະ
ໜອງບ່ອນຫຼົບລີ້ ໃຫ້ກຸ່່ມກໍ່ການຮ້າຍ.

ອິນເດຍ ແລະ ອັຟການິສຖານ ຍັງໄດ້ທົບທວນການເປັນຄູ່ຮ່ວມການພັດທະນາຄັ້ງໃໝ່
ທີ່ໄດ້ເລີ່ມດຳເນີນການໃນເດືອນທີ່ຜ່ານມາ ພາຍໃຕ້ສິ່ງທີ່ ນິວເດລີ ໄດ້ສ້າງໂຄງການ
ໃໝ່ 116 ແຫ່ງພາຍໃນປະເທດ, ໃນດ້ານຕ່າງໆເຊັ່ນ ສຸຂະພາບ, ກະສິກຳ ແລະການ
ສຶກສາ. ກະຊວງການຕ່າງປະເທດໄດ້ກ່າວວ່າ ເຂົາເຈົ້າໄດ້ເຮັດ “ບາດກ້າວທີ່ສຳຄັນ”
ໃນການສືບຕໍ່ສ້າງການພົວພັນລະຫວ່າງທັງສອງປະເທດ.

ໂຄງການໃໝ່ຕ່າງໆ ແມ່ນພາກສ່ວນນຶ່ງຂອງການເປັນຄູ່ຮ່ວມກັນມາດົນນານກັບ
ອັຟການິສຖານ, ພາຍໃຕ້ອັນທີ່ ອິນເດຍ ໄດ້ໃຫ້ການຊ່ວຍເຫຼືອຕໍ່ປະເທດທີ່ຖືກທຳ
ລາຍໂດຍສົງຄາມນັ້ນ ປະມານ 2 ພັນລ້ານໂດລາ.

ລັດຖະບານ ນິວເດລີ ເຊິ່ງໄດ້ໃຫ້ການຝຶກຊ້ອມເຈົ້າໜ້າທີ່ປ້ອງກັນປະ ເທດ ແລະ ຮັກ
ສາຄວາມສະຫງົບ ອັຟການິສຖານ, ໄດ້ກ່າວຕໍ່ຜູ້ນຳ ອັຟການິສຖານວ່າເຂົາເຈົ້າພ້ອມ
ແລ້ວທີ່ຈະຂະຫຍາຍການຊ່ວຍເຫຼືອຕໍ່ໄປ, ແລ້ວແຕ່ຄວາມຕ້ອງການຂອງກອງກຳລັງ
ອັຟການິສຖານ.

ການເດີນທາງໄປຢ້ຽມຢາມນະຄອນຫຼວງ ນິວເດລີ ຂອງທ່ານ ການີ ໄດ້ມີຂຶ້ນຫຼັງຈາກ
ທ່ານ ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດ ສະ ຫະລັດທ່ານ ເຣັກສ ທິລເລີສັນ,
ຜູ້ທີ່ໄດ້ທຳການຢ້ຽມຢາມນະຄອນຫຼວງ ກາບູລ ເປັນເວລາສັ້ນໆ ເຊິ່ງບໍ່ໄດ້ປະກາດໃຫ້ຮູ້
ລ່ວງໜ້າ ເມື່ອວັນຈັນທີ່ຜ່ານມາ ໃນລະຫວ່າງການເດີນທາງຢ້ຽມຢາມທະວີບເອເຊຍ
ແລະ ພາກຕາເວັນອອກກາງ ທີ່ກຳລັງດຳເນີນຢູ່ຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

India Afghanistan
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG