ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືລະເບີດສະຫຼະຊີບ ສັງຫານຊາວ ອັຟການິສຖານ 25 ຄົນ


ແຜນທີ່ແຂວງ Khost, ອັຟການິສຖານ.
ແຜນທີ່ແຂວງ Khost, ອັຟການິສຖານ.

ນາຍພົນ Faizullah Ghyrat ຜູ້ບັງຄັບ​ການ​ຕຳຫຼວດ​ປະຈຳແຂວງ ກ່າວ​ວ່າ ມື​ລະ​ເບີດ​ສະຫຼະ​ຊີບ ​ໄດ້​ປົດ​ຂະ​ນວນລະ​ເບີດ​ຕົນ​ເອງໃນ​ລົດ​ທີ່​ບັນ​ຈຸລະ​ເບີດ​ຫຼາຍລູກ​ ໃກ້​ກັບດ່ານ​ນຶ່ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ ຂອງ​ປະ​ເທດ ອັຟກາ​ນິສຖານ ​ໃນ​ຕອນ​ແລງ​ຂອງ​ວັນ​ອາທິດ​ວານ​ນີ້, ​ເຮັດ​ໃຫ້​ມີ​ຄົນ​ເສຍຊີວິດຢ່າ​ງໜ້ອຍ 25 ຄົນ, ລວມທັງ​ແມ່ຍິງ ​ແລະ ​ເດັກນ້ອຍ.

​ເຫດ​ລະ​ເບີດ​ສະຫຼະ​ຊີ​ບ​ໃນແຂວງ Khost ກໍ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ສິບ​ຄົນ​ບາດ​ເຈັບ​ເຊັ່ນ​ກັນ. ກ່າວກັນວ່າ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ສ່ວນ​ຫຼາ​ຍແມ່ນພົນລະ​ເຮືອນ​ໃນ​ທ້ອງ​ຖິ່ນ. ​ເຫດການຮຸນ​ແຮງ​ໄດ້​ເກີດ​ຂື້ນ​ຢູ່​ບໍ່ໄກ​ຈາກ​ຖານ​ທັບ​ຂອງ​ທະຫານ ສະຫະລັດ ​ໃນແຂວງ​ດັ່ງກ່າວ​ໃນ ອັຟກາ​ນິສຖານ, ​ເຊິ່ງ​ເປັນຊາຍ​ແດນ​ຕິດ​ກັບປະ​ເທດ ປາ​ກິ​ສຖານ.

ຂໍ້​ມູນ​ກ່ຽວ​ກັບ​ການລະ​ເບີດນີ້​ຍັງ​ບໍ່​ຊັດ​ເຈນ​ໃນ​ທັນ​ທີ່​ທັນ​ໃດ​ເທື່ອວ່າ ພວກ​ຫົວ​ຮຸນ​ແຮງ ຕາ​ລີ​ບານ ​ແມ່ນ​ຢູ່​ເບື້ອງ​ຫຼັງ​ຂອງ​ການ​ໂຈມ​ຕີນີ້​ຫຼື​ບໍ່​.​ແຕ່​ວ່າ ​ພວກ​ເຂົາ​ເຄີ​ຍ​ໄດອ້າງ​ເອົາ​ຄວາມ​ຮັບຜິ​ດຊອບ​ໃນ​ເຫ​ດການລະ​ເບີດ​ທີ່​ຄ້າຍ​ຄື​ກັນນີ້​ມາ​ກ່ອນ​ແລ້ວ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ປາ​ກິ​ສຖານ ທ່ານ Qazi Khailullah ​ໄດ້​ກ່າວ​ວ່າ ປະ​ເທດ​ຂອງເພິ່ນ ​ປະນາ​ມ “ຢ່າງ​ຮຸນ​ແຮງ” ຕໍ່​ເຫດການ​ລະ​ເບີດ​ລົດ ສະຫຼະ​ຊີບນັ້ນ, ​ແລະ ກ່າວ​ເພີ່ມ​ເຕີມ​ວ່າ, “ພວກ​ເຮົາ​ຂໍ​ສະ​ແດ​ງຄວາມ​ເສົ້າ​ສະຫຼົດ​ໃຈຕໍ່ຄອບຄົວ​ທີ່​ໄດ້​ຮັບ​ຄວາມ​ສູນ​ເສຍ​ໃນ​ຄັ້ງ​ນີ້.”

ເຫດການ​ລະ​ເບີດ​ສະຫຼະ​ຊີບ​ໄດ້​ເກີດ​ຂຶ້ນ​ພຽງ​ບໍ່​ທໍ່​ໃດມື້ ຫຼັງ​ຈາກ​ ຫົວໜ້າ​ອາ​ວຸ​ໂສ ຂອງ​ກຸ່ມ​
ຕາ​ລີ​ບານ ​ໄດ້​ພົບ​ປະ​ກັບ​ຕົວ​ແທນ​ຂອງ​ລັດຖະບານ​ຂອງ ອັຟກາ​ນິສຖານ​ ໃນ​ປະ​ເທດ
ປາ​ກິ​ສຖານ​ ທີ່ຢູ່​ໃກ້​ຄຽງ ​ເພື່ອ​ປຶກສາ​ຫາລືຫາ​ທາງ​ສິ້ນ​ສຸດ​ການ​ເປັນ​ປໍ​ລະ​ປັກ​ກັນ. ການ​ລິເລີ່ມ
ການເຈລະຈາ ຄັ້ງ​ນີ້ເປັນ​ຄັ້ງ​ທຳ​ອິດ​ທີ່​ພວກ​ ຕາ​ລີ​ບານ ​ແລະ ​ເຈົ້າ​ໜ້າ​ທີ່ຂອງ ລັດຖະບານ ​ໄດ້​ມີ​ການ​ພົວພັນ​ໂດຍ​ກົງ​ໃນ​ຮອບ 13 ປີ.​

XS
SM
MD
LG