ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

4 ຄົນຕາຍ ໃນເຫດວາງລະເບີດ ໃນພິທີໄວ້ອາໄລ ແກ່ນ້ອງຊາຍທ່ານ Karzai


ກຳລັງຮັກສາຄວາມສະຫງົບອັຟການິສຖານຄົນນຶ່ງ ພວມຢືນຍາມຢູ່ (14 ກໍລະກົດ 2011)
ກຳລັງຮັກສາຄວາມສະຫງົບອັຟການິສຖານຄົນນຶ່ງ ພວມຢືນຍາມຢູ່ (14 ກໍລະກົດ 2011)

ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ໄດ້ມີການໂຈມຕີສະລະຊີບຕໍ່ວັດສາສະໜາອິສລາມແຫ່ງນຶ່ງ
ທີ່ເມືອງການດາຮາ ໃນພາກໃຕ້ອັຟການິສຖານເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນໃນລະຫວ່າງພິທີ
ໄວ້ອາໄລໃຫ້ແກ່ມື້ລາງນ້ອງຊາຍຕ່າງບິດາຂອງປະທານາທິບໍດີ Hamid Karzai.

ກະຊວງພາຍໃນອັຟການິສຖານກ່າວວ່າ ການໂຈມຕີໃນວັນພະຫັດມື້ນີ້ໄດ້ສັງຫານຫົວໜ້າສະ
ພາສາສະໜາແຂວງການດາຮາແລະບຸກຄົນອື່ນໆອີກ 3 ຄົນ ເຈົ້າໜ້າທີ່ທ້ອງຖິ່ນເວົ້າວ່ານອກ
ນັ້ນຍັງມີອີກ 13 ຄົນໄດ້ຮັບບາດເຈັບ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້ເທື່ອ ຊຶ່ງມີຂຶ້ນນຶ່ງມື້ຫຼັງຈາກ
ປະທານາທິບໍດີ Karzai ນຳພາພວກໄວ້ທຸກ ຫຼາຍພັນຄົນ ເຂົ້າຮ່ວມພິທີສົ່ງສະການໃຫ້ແກ່
ທ່ານ Ahmad Wali Karzai ຜູ້ເປັນນ້ອງຊາຍ ຊຶ່ງເປັນຫົວໜ້າສະພາປະຈຳແຂວງການດາ
ຮາແລະບຸກຄົນທີ່ມີອິດພິພົນຢູ່ໃນພາກໃຕ້ອັຟການິສຖານ.

ທ່ານໄດ້ຖືກຍິງຕາຍໃນວັນອັງຄານຜ່ານມາ ທີ່ເຮື​ອນຂອງທ່ານໃນເມືອງການດາຮາ ໂດຍອາ ລັກຂາຄົນນຶ່ງທີ່ທ່ານໄວ້ເນື້ອເຊື່ອໃຈ. ມືປືນທີ່ມີຊື່ວ່ານາຍ Sardar Mohammad ກໍໄດ້ຖືກ
ຂ້າຕາຍຫຼັງຈາກນັ້ນ ໂດຍອາລັກຂາຄົນອື່ນໆ.

ພວກກະບົດທາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການລອບສັງຫານທ່ານ Wali
Karzai ແຕ່ພວກເຈົ້າໜ້າທີ່ອັຟການິສຖານກ່າວວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າການ
ສັງຫານທ່ານ Wali Karzai ພົວພັນກັບການກໍ່ກະບົດຫຼືວ່າເປັນເລື່ອງຂອງການຜິດຂ້ອງ
ຕ້ອງຖຽງພາຍໃນ.

XS
SM
MD
LG