ຫົວໜ້າຜູ້ບັນຊາການກຳລັງສະຫະລັດໃນ AFGHANIS-
TAN ກ່າວວ່າ ການດຳເນີນຄວາມພະຍາຍາມ ເພື່ອກວດ
ລ້າງພວກທາລີບານ ອອກໄປຈາກ ແຂວງການດາຮາໃນ
ພາກໃຕ້ຂອງປະເທດດັ່ງກ່າວ ຈະໃຊ້ເວລາດົນກວ່າທີ່ໄດ້
ວາງແຜນກັນໄວ້ ໃນຂັ້ນຕົ້ນ.
ນາຍພົນ STANLEY McCHRYSTAL
ກ່າວໃນວັນພະຫັດມື້ນີ້ ທີ່ນະ ຄອນ BRUSSELS ວ່າ
ຕໍ່ໄປນີ້ ການປະຕິບັດງານທາງທະຫານຈະດຳເນີນໄປແບບ
ຊ້າໆກ່ວາເກົ່າ ເພື່ອຊ່ອຍໃຫ້ການປະຕິບັດງານນີ້ໄດ້ຮັບການ
ສະໜັບສະໜຸນຈາກປະຊາຊົນໃນເຂດທ້ອງຖິ່ນ. ນາຍພົນ McCHRYSTAL ເວົ້າວ່າ
ບັດນີ້ການປະຕິບັດງານຈະໃຊ້ເວລາຫຼາຍໆເດືອນ ແລະວ່າ ມັນສຳຄັນຫລາຍກ່ວາ
ທີ່ເຮົາຈະເຮັດໃຫ້ຖືກຕ້ອງ ແທນທີ່ຈະເຮັດຢ່າງຮີບຮ້ອນຟ້າວຝັ່ງ.
ເມືອງການດາຮາໄດ້ເປັນກອງບັນຊາການໃຫຍ່ຂອງພວກທາລີບານ ເປັນ ເວລາຫຼາຍໆປີ
ໃນລະຫວ່າງທີ່ຂະບວນດັ່ງກ່າວປົກຄອງ AFGHANISTAN. ລັດຖະມົນຕີປ້ອງກັນປະເທດ
ສະຫະລັດ ທ່ານ ROBERT GATES ໄດ້ເຕືອນ ວ່າ ຈະເກີດຄວາມຮຸນແຮງເພີ້ມຂຶ້ນ
ໃນຂະນະທີ່ກຳລັງສະຫະລັດບຸກເລິກເຂົ້າ ໄປໃນແຂວງນີ້ ແຕ່ກໍເວົ້າວ່າ ທ່ານຄາດວ່າ
ຈະປະສົບກັບຄວາມກ້າວໜ້າ.
ນັບແຕ່ມື້ວັນຈັນເປັນຕົ້ນມາ ມີທະຫານເນໂຕ້ເສຍຊີວິດໄປແລ້ວ 18 ຄົນ ໃນການໂຈມຕີ
ຂອງພວກຫົວຮຸນແຮງ. ຂະນະດຽວກັນ ເຈົ້າໜ້າທີ່ AFGHANIS TAN ໄດ້ຖິ້ມໂທດໃສ່
ການໂຈມຕີດ້ວຍລະເບີດສະລະຊີບ ວ່າເປັນເຫດໃຫ້ມີຄົນ ຕາຍ ຢ່າງນ້ອຍ 40 ຄົນ
ແລະບາດເຈັບຫຼາຍກວ່າ 70 ຄົນ ໃນພິທີແຕ່ງງານທີ່ ເມືອງ ARGHANDAB ໃນແຂວງ
ການດາຮາ ໃນຕອນແລງຂອງມື້ວານນີ້.