ກະຊວງການຕ່າງປະເທດສະຫະລັດ ໄດ້ຢືນຢັນວ່າ ມີຊາວອາເມຣິກັນ 4 ຄົນ ຮວມຢູ່ໃນ
ຜູ້ເສຍຊີວິດ ໃນການໂຈມຕີໂຮງແຮມອິນເຕີຄອນທິເນັນໂຕລ ໃນນະຄອນຫຼວງກາບູລ
ຂອງອັຟການິສຖານ ໃນທ້າຍສັບປະດາຜ່ານມານີ້. ມີຄົນສັນຊາດອາເມຣິກັນອີກ 2 ຄົນ
ໄດ້ຮັບບາດເຈັບ.
ໂຄສົກກະຊວງການຕ່າງປະເທດ ທ່ານນາງ ເຮເຕີ ນາວເອີດ (Heather Nauert)
ໄດ້ປະກາດ ໃນຖະແຫຼງການສະບັບນຶ່ງ ໃນວັນພຸດວານນີ້ ແຕ່ທ່ານນາງບໍ່ໄດ້ລະບຸວ່າ
ພວກເຄາະຮ້າຍແມ່ນໃຜ.
ໂຄສົກຂອງທ່ານ ຣິກ ເກຕສ໌ ອະດີດເຈົ້າໜ້າທີ່ໂຄສະນາຫາສຽງຂອງທ່ານທຣຳ ທີ່ໄດ້ຖືກ
ພົບເຫັນວ່າມີຄວາມຜິດ ໃນຄະດີການສືບສວນກ່ຽວກັບຣັດເຊຍນັ້ນ ແມ່ນໄດ້ເສຍຊີວິດ
ໃນເຫດລະເບີດ ແລະການໂຈມຕີໂຮງແຮມ ທີ່ໄດ້ແນໃສ່ພວກຊາວຕ່າງປະເທດ.
ທ່ານ ແກລນ ເຊີລິກ ໄປນະຄອນຫຼວງກາບູລ ຍ້ອນເລື່ອງທຸລະກິດ ທີ່ກ່ຽວຂ້ອງກັບບໍລິສັດປະຊາສຳພັນ ຂອງທ່ານທີ່ລັດຟລໍຣິດາ ຊຶ່ງໄດ້ກາຍເປັນຜູ້ນຶ່ງໃນຈຳນວນຢ່າງນ້ອຍ
22 ຄົນ ທີ່ເສຍຊີວິດໃນການໂຈມຕີ ເປັນເວລາ 14 ຊົ່ວໂມງ ທີ່ໄດ້ເລີ່ມຂຶ້ນໃນແລງວັນເສົາ
ຈົນຮອດ ວັນອາທິດ, ອີງຕາມຖະແຫຼງຂ່າວຂອງບໍລິສັດຂອງທ່ານ.
“ບໍ່ເປັນຈັ່ງບຸນ, ພວກເຮົາ ໄດ້ຮັບການຢືນຢັນກ່ຽວກັບການເສຍຊີວິດ ຂອງທ່ານແກລນ
ເຊີລິກ ໃນການໂຈມຕີໂຮງແຮມອິນເຕີຄອນທິເນັນໂຕລ,” ບໍລິສັດປະຊາສຳພັນເຊີລິກ
ໄດ້ກ່າວ ຢູ່ໃນຖະແຫຼງການສະບັບນຶ່ງໃນວັນພຸດວານນີ້ ແລະຍັງໄດ້ກ່າວຕື່ມວ່າ “ການສູນ
ເສຍຂອງຄອບຄົວແລະເພື່ອນມິດຂອງທ່ານ ບໍ່ສາມາດທີ່ຈະວັດແທກ ຫຼືແມ່ນແຕ່ອະທິ
ບາຍເປັນຖ້ອຍ ຄຳທີ່ແຮງສຸດ ກໍບໍ່ທຽບເທົ່າໄດ້, ແຕ່ພວກເຮົາຂໍຂອບໃຈ ສຳຫຼັບພວກທີ່
ໃຫ້ການສະໜັບສະໜຸນທີ່ພວກເຮົາໄດ້ຮັບມານັ້ນ.”
ການບຸກໂຈມຕີ ແມ່ນໄດ້ເລີ່ມຂຶ້ນ ໃນເວລາທີ່ພວກມືປຶນ ທີ່ແຕ່ງຕົວໃນຊຸດເຄື່ອງແບບທະ
ຫານ ແລະເສື້ອລະເບີດສະຫຼະຊີບ ບຸກເຂົ້າໄປໃນຫ້ອງຄົວຂອງໂຮງແຮມ. ຫຼັງຈາກນັ້ນ
ພວກເຂົາກໍໄດ້ແຍກຍ້າຍກັນເຂົ້າໄປຍັງຫ້ອງປະຊຸມ ແລະຊັ້ນຕ່າງໆຂອງໂຮງແຮມ ເປີດ
ສາກຍິງໃສ່ພວກຜູ້ຄົນ ແລະແຂກທີ່ເຂົ້າມາພັກໃນໂຮງແຮມດັ່ງກ່າວ.
ຖະແຫຼງການຂອງກະຊວງພາຍໃນອັຟການິສຖານ ໄດ້ກ່າວອ້າງວ່າ ຕາໜ່າງຮັກການີ
ທີ່ເປັນພັນທະມິດຂອງກຸ່ມຕາລີບານ ແມ່ນເປັນຜູ້ກໍ່ຄວາມຮຸນແຮງໃນຄັ້ງນີ້.