ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມຮຸນແຮງ ໃນ AFGHANISTAN


ອົງການເນໂຕ້ ກ່າວວ່າ ທະຫານຂອງຕົນ ຕື່ມອີກ 2 ຄົນ ໄດ້ເສຍຊີວິດ ໃນ AFGHANISTAN ​ພຽງນຶ່ງມື້ ຫຼັງຈາກ ທະຫານເນໂຕ້ 10 ຄົນ ໄດ້ເສຍຊີວິດ ໃນການໂຈມຕີ ຫຼາຍໆຄັ້ງ ຢູ່ໃນທົ່ວປະເທດ ດັ່ງກ່າວ.

ອົງການເນໂຕ້ ກ່າວວ່າ ທະຫານທີ່ເສຍຊີວິດ ໃນວັນອັງ ຄານມື້ນີ້ ແມ່ນຕາຍຍ້ອນ ການໂຈມຕີ ດ້ວຍລະເບີດ.

ມີທະຫານ ອະເມຣິກັນ 7 ຄົນ ທະຫານຝຣັ່ງ ຄົນນຶ່ງ ແລະທະຫານ ອອສເຕຣເລຍ 2 ຄົນ ເສຍຊີວິດ ໃນການໂຈມຕີ 5 ຄັ້ງ ຢູ່ໃນພາກໃຕ້ ແລະ ພາກຕາເວັນອອກ ຂອງ AFGHANISTAN ໃນຄວາມຮຸນແຮງ ມື້ວານນີ້ ຊຶ່ງ​ເປັນ​ມື້ທີ່​ມີ ການໂຈມຕີ ຮ້າຍແຮງສຸດ ຕໍ່ກຳລັງ ນາໆຊາດ ໃນ AFGHANISTAN.

ນອກນັ້ນແລ້ວ ໃນມື້ວານນີ້ ຍັງມີ ຄູຝຶກຕຳຫຼວດ ພົນລະເຮືອນ 2 ຄົນ ​ໃນນັ້ນ ເປັນຊາວອະເມຣິກັນ ຄົນນຶ່ງ ແລະອີກຄົນນຶ່ງ ເປັນຊາວເນປານ ໄດ້ເສຍຊີວິດ ຍ້ອນການໂຈມຕີ ສະລະຊີບ ຂອງພວກທາລີບານ ຕໍ່ສູນກາງ ຝຶກຕຳຫຼວດ ທີ່ເມືອງ ການດາຮາ ໃນພາກໃຕ້ AFGHANISTAN.

ພວກຫົວຮຸນແຮງ ທາລີບານ ໄດ້ເພີ້ມທະວີ ການໂຈມຕີ ຂະນະທີ່ ອົງການເນໂຕ້ ພວມກະກຽມ ການປະຕິບັດງານ ຄັ້ງໃຫຍ່ ເພື່ອກວດລ້າງ ກຸ່ມຫົວຮຸນແຮງ ອອກໄປຈາກ ທີ່ໝັ້ນຂອງພວກເຂົາ ໃນແຂວງ ການດາຮາ ທາງພາກໃຕ້ AFGHANISTAN.

XS
SM
MD
LG