ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມເຈີກາອັດລົງ ໃນວັນສຸກນ


ພວກຜູ້ຕາງໜ້າ ອາຟະການິດສະຖານ ທີ່ໄປຮ່ວມກອງປະຊຸມ ສັນຕິພາບ ທີ່ນະຄອນຫຼວງ ກາບູລ ໄດ້ເຈລະຈາ ຫາລືກັນ ໃນມື້ສຸດທ້າຍຂອງການປະຊຸມ ໃນວັນສຸກມື້ນີ້ ໂດຍຫວັງວ່າ ຈະບັນລຸ ການຕົກລົງກັນ ຢ່າງເປັນເອກກະສັນ ກ່ຽວກັບແຜນ ການທີ່ແນໃສ່ ເພື່ອຢຸດຕິ ບັນຫາຂັດແຍ້ງ ກັບພວກກະບົດ ທາລີບານ.

ກ່ອນຈະເລີກ ກອງປະຊຸມ ໃນວັນສຸກມື້ນີ້ ເປັນທີ່ຄາດ ກັນວ່າ ພວກຜູ້ຕາງໜ້າ ປະມານ 1 ພັນ 600 ຄົນ ຈະຕົກລົງກັນ ກ່ຽວກັບແຜນການ ເພື່ອໃຫ້ ປະທານາທິບໍດີ ຮາມິດ ກາໄຊ ເລີ້ມທຳການເຈລະຈາ ກັບພວກທາລີບານ.

ໃນມື້ວານນີ້ ພວກຜູ້ນຳຊົນເຜົ່າ ແລະຜູ້ຕາງໜ້າ ອື່ນໆອີກ ທີ່ໄປຮ່ວມ ກອງປະຊຸມ ສັນຕິ ພາບ ຫຼື JIRGA ໄດ້ແຍກກັນ ອອກເປັນກຸ່ມປະຕິບັດງານ ນ້ອຍໆຫຼາຍໆກຸ່ມ ເພື່ອຊອກ ຫາຊ່ອງທາງ ໃນການສ້າງ ຄວາມປອງດອງຊາດ ກັບພວກກະບົດ ທາລີບານ.

ກ່ອນໜ້ານີ້ ຮອງຫົວໜ້າກອງປະຊຸມ ໄດ້ເວົ້າເຖິງຂອບເຂດ ໃນການອະພິປາຍຂອງພວກ ຜູ້ຕາງໜ້າ. ທ່ານ QIYAMUDDIN KASHAF ເວົ້າວ່າ ພວກຜູ້ຕາງໜ້າບາງຄົນ ຢາກໃຫ້ສະຫະລັດ ປ່ອຍພວກນັກໂທດ ທາລີບານ ທີ່ຖືກກັກຂັງ ຕາມຄ້າຍທະຫານຕ່າງໆ ຖ້າພວກນັກໂທດເຫຼົ່ານີ້ ຫາກບໍ່ໄດ້ຖືກກ່າວຫາ. ສ່ວນພວກຜູ້ຕາງໜ້າ ອີກຈຸນຶ່ງ ຮຽກຮ້ອງໃຫ້ ອົງການສະຫະປະຊາຊາດ ລຶບຊື່ພວກຜູ້ນຳ ກຸ່ມທາລີບານ ອອກຈາກບັນຊີດຳ.

XS
SM
MD
LG