ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງປະຊຸມເຈີກາ ໃນ ອາຟະການິດສະຖານ


ພວກຜູ້ຕາງໜ້າ ຈາກທົ່ວປະເທດ ອາຟະການິດສະຖານ ພວມປະຊຸມ ກັນ ເປັນມື້ທີ 2 ທີ່ນະຄອນຫຼວງ ກາບູລ ເພື່ອຊຸກຍູ້ ການສ້າງຄວາມກ້າວໜ້າ ແກ່ກອງປະຊຸມ ສັນຕິພາບ ທີ່ແນໃສ່ ຢຸດຕິສົງຄາມ ທີ່ດຳເນີນມາ ເປັນເວລາ 8 ປີກວ່າໆ ຢູ່ໃນ ປະເທດດັ່ງກ່າວ.

ໃນວັນພະຫັດມື້ນີ້ ຜູ້ຕາງໜ້າ ເກືອບ 1 ພັນ 600 ຄົນ ໄດ້ຖືກແບ່ງ ອອກເປັນກຸ່ມ ປະຕິບັດ ງານ 28 ຈຸ ໃນຄວາມພະຍາຍາມ ເພື່ອຊອກຫາ ຊ່ອງທາງ ສ້າງຄວາມປອງດອງຊາດ ກັບພວກຫົວຮຸນແຮງ ທາລີບານ ຊຶ່ງເປັນຈຸດສູນກາງ ໃນການກໍ່ກະບົດ ທີ່ຮຸນແຮງ ຢູ່ໃນ ອັບການິດສະຖານ.

ການປະຊຸມ ໃນເຂດກໍ້າຕາເວັນຕົກ ຂອງນະຄອນຫຼວງ ກາບູລ ມີຂຶ້ນນຶ່ງມື້ ຫຼັງຈາກ ພວກກະບົດ ທາລີບານ ພະຍາຍາມ ທຳການໂຈມຕີ ກອງປະຊຸມ ພວກຜູ້ຕາງໜ້າ ຫຼື JIRGA ໂດຍໄດ້ຍິງ ລູກສອນໄຟ ໄປຕົກໃສ່ ບໍລິເວນ ໃກ້ໆຕູບຜ້າຕັ້ງ ຂະໜາດໃຫຍ່ ທີ່ເປັນບ່ອນຈັດ ກອງປະຊຸມນັ້ນ.

ສຽງລະເບີດ ຢ່າງແຮງ ແລະສຽງປືນ ທີ່ດັງຕິດຕາມມາ ໄດ້ລົບກວນ ການກ່າວຄຳປາໄສ ເປີດກອງປະຊຸມ ຂອງ ປະທານາທິບໍດີ ຮາມິດ ກາໄຊ. ຜູ້ນຳ ອາຟະການິດສະຖານ ໄດ້ຢຸດແຕ່ພຽງບຶດນຶ່ງ ກ່ອນທີ່ທ່ານ ຮຽກຮ້ອງໃຫ້ ພວກກະບົດ ຢຸດຕິການທຳລາຍ ບ້ານເກີດເມືອງນອນ ຂອງຕົນເອງ ແລະກັບເຂົ້າມາຮ່ວມ ສັງຄົມຂອງ ອັບການິດຖານ ຄືນໃໝ່.

XS
SM
MD
LG