ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມ ສະພາເຈີກາ ໃນອາຟະການິດສະຖານ


ສຽງລະເບີດ ແລະສຽງປືນ ທີ່ດັງຂຶ້ນ ຢູ່ນະຄອນຫຼວງ ອາຟະການິດສະຖານ ໄດ້ລົບກວນ ການເລີ້ມຕົ້ນ ຂອງ ກອງປະຊຸມ ສັນຕິພາບ ທີ່ສຳຄັນ.

ສຽງລະເບີດ ຂອງລູກຈະລວດ ໄດ້ດັງກ້ອງ ທົ່ວນະຄອນ ຫຼວງກາບູລ ໃນວັນພຸດມື້ນີ້ ຂະນະທີ່ ພວກຜູ້ຕາງໜ້າ 1 ພັນ 600 ຄົນ ຈາກທົ່ວປະເທດ ພວມໂຮມຊຸມນຸມກັນ ເພື່ອຟັງການກ່າວຄຳປາໄສ ເປີດກອງປະຊຸມ ເປັນເວລາ 3 ມື້ ຂອງ ປະທານາທິບໍດີ ຮາມິດ ກາໄຊ.

ພວກກະບົດ ທາລີບານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ໂດຍເວົ້າວ່າ ພວກໂຈມຕີ ດ້ວຍລະເບີດ ສະລະຊີບ ທີ່ຕິດອາວຸດຢ່າງໜັກ ເຕັມອັດຕາ ໄດ້ແນເປົ້າໝາຍ ໃສ່ກອງປະຊຸມ ພວກຜູ້ຕາງໜ້າ ຕາມປະເພນີ ຫຼືທີ່ເອີ້ນກັນວ່າ JIRGA ນັ້ນ. ເຈົ້າໜ້າທີ່ ທາລີບານຄົນນຶ່ງ ກ່າວຕໍ່ອົງການຂ່າວ ເອພີວ່າ ເປົ້າໝາຍກໍແມ່ນ ເພື່ອກໍ່ກວນ ແລະທຳລາຍ ກອງປະຊຸມ.

ຕຳຫລວດ ແລະ ພວກທີ່ເຫັນເຫດການ ກ່າວວ່າ ມີຈະລວດ ຢ່າງນ້ອຍ 2 ລູກ ໄດ້ຕົກໃສ່ ບໍລິເວນບໍ່ໄກປານໃດຈາກຕູບຜ້າຕັ້ງຂະໜາດໃຫຍ່ ບ່ອນທີ່ ພວກຜູ້ຕາງໜ້າ ພວມປະຊຸມກັນ. ສຽງລະເລີດ ລູກທຳອິດ ດັງຂຶ້ນ ຂະນະທີ່ ປະທານາທິບໍດີ ຮາມິດ ກາໄຊ ກ່າວຄຳປາໄສ ແຕ່ທ່ານໄດ້ຮຽກຮ້ອງ ໃຫ້ພວກຜູ້ຕາງໜ້າ ບໍ່ໃຫ້ສົນໃຈ ກັບການໂຈມຕີ ແລະສືບຕໍ່ ການກ່າວຄຳປາໄສ ຂອງທ່ານ. ພວກທີ່ເຫັນເຫດການ ເວົ້າຕື່ມວ່າ ໃນເວລາຕໍ່ມາ ທ່ານກາໄຊ ໄດ້ອອກໄປ ຈາກບໍລິເວນປະຊຸມ ດ້ວຍຂະບວນລົດຫຸ້ມເກາະ.

ໂຄສົກ ຂອງລັດຖະບານ ອາຟະການິດສະຖານ ທ່ານ FAROUQ WARDAK ກ່າວວ່າ ກຳລັງຮັກສາ ຄວາມສະຫງົບ ໄດ້ຍິງແລະສັງຫານ ພວກໂຈມຕີ ດ້ວຍລະເບີດ ສະລະຊີບ 2 ຄົນ ທີ່ພະຍາຍາມ ແຊກຊຶມເຂົ້າໄປ ໃນບ່ອນປະຊຸມ ໂດຍໃສ່ຜ້າປົກຫົວ ແລະຜ້າຄຸມ ໜ້າ. ທ່ານເວົ້າວ່າ ສ່ວນຄົນທີ 3 ຖືກຈັບໂຕໄດ້.

XS
SM
MD
LG