ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

15 ຄົນເສຍຊີວິດ ໃນເຫດລະເບີດ ຢູ່ອັຟການິສຖານ


Map of Afghanistan
Map of Afghanistan

ເຈົ້າໜ້າທີ່ໃນພາກໃຕ້ອັຟການິສຖານກ່າວວ່າ ລົດຄັນນຶ່ງໄດ້ແລ່ນໄປຢຽບລະເບີດແຄມທາງ
ເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ ຮວມທັງເດັກນ້ອຍ 8 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ມີຜູ້ນຶ່ງໄດ້ຮັບບາດເຈັບ ໃນເຫດລະເບີດ ທີ່ເກີດຂຶ້ນຢູ່ໃນເຂດເມືອງ Ar-
ghandab ແຂວງ Kandahar ໃນວັນເສົາມື້ນີ້.

ຂະນະດຽວກັນ ເຈົ້າໜ້າທີ່ໆແຂວງ Laghman ໃນພາກຕາເວັນອອກຂອງອັຟການິສຖານ
ກ່າວວ່າ ລະເບີດລູກທີ 2 ໄດ້ແຕກຂຶ້ນຂະນະທີ່ຕຳຫຼວດພວມທຳການສືບສວນເບິ່ງເຫດລະ
ເບີດຢູ່ທີ່ເມືອງ Mehterlam ໃນວັນເສົາມື້ນີ້ ເຮັດໃຫ້ຕຳຫຼວດ 2 ຄົນເສຍຊີວິດແລະອີກ 9
ຄົນໄດ້ຮັບບາດເຈັບ.

ສ່ວນຢູ່ໃນເຂດອື່ນໆທາງພາກຕາເວັນອອກອັຟການິສຖານນັ້ນ ຕຳຫຼວດເວົ້າວ່າຜູ້ໂຈມຕີ
ສະລະຊີບໄດ້ສັງຫານຢ່າງນ້ອຍ 3 ຄົນ ຮວມທັງຕຳຫຼວດ 2 ຄົນຢູ່ທີ່ ແຂວງ Khost.

ເຈົ້າໜ້າທີ່ເວົ້າວ່າ ມີຢ່າງນ້ອຍ 12 ຄົນໄດ້ຮັບບາດເຈັບ ໃນການໂຈມຕີຢູ່ນອກກອງບັນຊາ
ການຕຳຫຼວດໃນວັນເສົາມື້ນີ້.

ເຈົ້າໜ້າທີ່ກ່າວວ່າ ຫົວໜ້າໜ່ວຍກ້າຕາຍຂອງອັຟການິສຖານແມ່ນຜູ້ນຶ່ງໃນບັນດານາຍຕຳ
ຫຼວດທີ່ເສຍຊີວິດ.

XS
SM
MD
LG