ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດລະເບີດ ໃນ AFGHANISTAN


ເຈົ້າໜ້າທີ່ AFGHANISTAN ກ່າວວ່າ ລະເບີດແຄມທາງ ເຮັດໃຫ້ມີ ຜູ້ເສຍຊີວິດ 9 ຄົນ ແລະບາດເຈັບ ອີກ 8 ຄົນ ທີ່ແຂວງການດາຮາ ທີ່ຕັ້ງຢູ່ໃນ ເຂດພາກໃຕ້ຂອງປະເທດ. ໂຄສົກຂອງ ລັດຖະບານທ້ອງຖິ່ນ ກ່າວວ່າ ເຫດລະເບີດທີ່ວ່ານີ້ ໄດ້ທຳລາຍ ລົດໂດຍສານຄັນນຶ່ງ ໃນວັນສຸກມື້ນີ້.
ໃນອີກ ເຫດຮ້າຍນຶ່ງນັ້ນ ອົງການເນໂຕ້ ກ່າວວ່າ ທະຫານ ກຳລັງປະສົມ 2 ຄົນ ກໍໄດ້ເສຍຊີວິດ ຍ້ອນເຫດ ລະເບີດແຕກ ໃນພາກໃຕ້ AFGHANISTAN.

ໃນໄລຍະ ສອງສາມອາທິດ ຜ່ານມານີ້ ຄວາມຮຸນແຮງ ໃນ AFGHANISTAN ໄດ້ມີເພີ້ມຂຶ້ນ ຂະນະທີ່ ພວກຫົວຮຸນແຮງ ທາລີບານ ເພີ້ມທະວີ ການໂຈມຕີ ກ່ອນໜ້າ ແຜນການປະຕິບັດງານ ທາງທະຫານ ຂອງອົງການເນໂຕ້ ເພື່ອເຂົ້າຢຶດເອົາ ແຂວງການດາຮານັ້ນ.

ນາຍພົນ STANLEY McCHRYSTAL ຜູ້ບັນຊາການທະຫານ ຂອງອົງການເນໂຕ້ ແລະສະຫະລັດ ໃນ AFGHANISTAN ກ່າວວ່າ ການເຂົ້າຢຶດເອົາ ເຂດດັ່ງກ່າວ ຈະດຳເນີນໄປ ໃນແບບທີ່ຊ້າ ກວ່າທີ່ໄດ້ ວາງແຜນໄວ້ ໃນຂັ້ນຕົ້ນ. ນາຍພົນ McCHRYSTAL ເວົ້າວ່າ ການກະທຳແບບນີ້ ແມ່ນເພື່ອໃຫ້ ໄດ້ຮັບການ ສະໜັບສະໜຸນ ຈາກພວກຜູ້ນຳ ແລະປະຊາຊົນທ້ອງຖິ່ນ ໃນເຂດທີ່ເປັນ ບ່ອນກຳເນີດຂອງກຸ່ມ ທາລາບານນັ້ນ. ໃນອີກດ້ານນຶ່ງ ນາຍົກລັດຖະມົນຕີອັງກິດ ທ່ານ DAVID CAMERON ໄດ້ກ່າວຄຳປາໄສ ຕໍ່ທະຫານອັງກິດ ທີ່ໄດ້ເພັ່ງເລັງໃສ່ ການປະຕິບັດງານ ຂອງອັງກິດ ຢູ່ໃນ AFGHANISTAN.

ທີ່ຄ້າຍ ທະຫານອັງກິດ ໃນແຂວງ HELMAND ໃນວັນສຸກມື້ນີ້ ນາຍົກລັດຖະມົນຕີອັງກິດ ກ່າວວ່າ ເວລາໃດ ທີ່ AFGHANISTAN ພ້ອມແລ້ວ ຈະເຂົ້າຄວບຄຸມ ເລື່ອງຄວາມປອດໄພ ຂອງຕົນ ເວລານັ້ນ ທະຫານອັງກິດ ກໍຈະຖືກຖອນ ກັບຄືນປະເທດ.

ກ່ຽວຂ້ອງກັນ

XS
SM
MD
LG