ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະຫານເນໂຕ້ 2 ຄົນ ຖືກຍິງຕາຍ ໃນອັຟການິສຖານ


ການປະຕິບັດງານຂອງທະຫານເນໂຕ້ໃນອັຟການິສຖານ ແມ່ນຮວມທັງການສູ້ລົບ (8 ພຶດສະພາ 2011)
ການປະຕິບັດງານຂອງທະຫານເນໂຕ້ໃນອັຟການິສຖານ ແມ່ນຮວມທັງການສູ້ລົບ (8 ພຶດສະພາ 2011)

ຕຳຫຼວດອັຟການິສຖານກ່າວວ່າ ຄົນຍາມອັຟການິສຖານທີ່ໂລເລຄົນນຶ່ງໄດ້ຍິງທະຫານອົງ
ການເນໂຕ້ 2 ຄົນເສຍຊີວິດແລະຄົນທີ 3 ໄດ້ຮັບບາດເຈັບ ຢູ່ທີ່ແຂວງໆນຶ່ງໃນພາກເໜືອ
ຂອງປະເທດ.

ຜູ້ບັນຊາການຕຳຫຼວດ ໃນແຂວງ Panjshir ນາຍພົນ Qasim Jangalbagh ກ່າວວ່າ
ຍາມໄດ້ຍິງປືນໃສ່ທະຫານເນໂຕ້ ໃນວັນເສົາມື້ນີ້ ຂະນະທີ່ພວກທະຫານເດີນທາງໄປນຳຂະ
ບວນລົດບູລະນະສ້າງສາປະເທດຢູ່ໃນແຂວງດັ່ງກ່າວ. ທະຫານເນໂຕ້ຄົນນຶ່ງໄດ້ຍິງຕອບໂຕ້
ແລະໄດ້ສັງຫານຍາມຄົນນີ້.

ອົງການເນໂຕ້ກ່າວວ່າ ມີທະຫານຂອງຕົນຫຼາຍກວ່າ 280 ຄົນ ໄດ້ເສຍຊີວິດຢູ່ອັຟການິສ
ຖານໃນປີນີ້.

ການຍິງທະຫານອົງການເນໂຕ້ເທື່ອຫຼ້າສຸດໂດຍກຳລັງອັຟການິສຖານແມ່ນນຶ່ງໃນຫຼາຍໆ
ບັນຫາທີ່ເປັນອຸບປະສັກຂັດຂວາງຕໍ່ການດຳເນີນຄວາມພະຍາຍາມໃນການເຮັດສົງຄາມຢູ່
ໃນປະເທດດັ່ງກ່າວ. ໃນທ້າຍເດືອນພຶດສະພາຜ່ານມາ ກໍມີທະຫານອັຟການິສຖານ ທີ່ໂລ ເລຄົນນຶ່ງໄດ້ສັງຫານທະຫານອອສເຕຣເລຍຄົນນຶ່ງ.

XS
SM
MD
LG