ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເນໂຕ້ ໂຈມຕີ ກຳລັງອັຟການິສຖານ ດ້ວຍຄວາມຜິດພາດ


ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ການໂຈມຕີ ທາງອາກາດ ຂອງອົງການເນໂຕ້ ທີ່​ຜິດເປົ້າໝາຍ ​ໄດ້ເຮັດໃຫ້ ທະຫານ ອັຟການິສຖານ ຢ່າງນ້ອຍ 5 ຄົນ ເສຍຊີວິດ.

ເຈົ້າໜ້າທີ່ ກ່າວໃນວັນພຸດ ມື້ນີ້ວ່າ ທະຫານອັຟການິສຖານ ພວມທຳການ ລາຕະເວນ ທີ່ແຂວງ GHAZNI ໃນພາກຕາເວັນອອກ ອັຟການິສຖານ ເວລາເຮືອບິນ ຂອງອົງການເນໂຕ້ ເລີ້ມຍິງໂຈມຕີ ພວກເຂົາເຈົ້າ.

ທ່ານ ZAHIR AZIMI ໂຄສົກ ກະຊວງປ້ອງກັນປະເທດ ອັຟການິສຖານ ກ່າວວ່າ ນອກນັ້ນ ຍັງມີຫານ ອັຟການິສຖານ ອີກ 2 ຄົນບາດເຈັບ ໃນການໂຈມຕີ ຈາກເພື່ອນມິດ ຄັ້ງນີ້.

ໂຄສົກ ໄດ້ປະນາມ ເຫດຮ້າຍດັ່ງກ່າວ ໂດຍເວົ້າວ່າ ນີ້ບໍ່ແມ່ນເທື່ອທຳອິດ ທີ່ທະຫານເນໂຕ້ ໄດ້ສັງຫານ ທະຫານ ອັຟການິສຖານ ດ້ວຍຄວາມຜິດພາດ.
ນາຍພົນ JOSEF BLOTZ ໂຄສົກ ຂອງອົງການເນໂຕ້ ໄດ້ສະແດງ ຄວາມເສຍໃຈ ຕໍ່ການເສຍຊີວິດ ດັ່ງກ່າວ ແລະໃຫ້ຄຳໝັ້ນສັນຍາວ່າ ຈະທຳການ ສືບສວນຮ່ວມກັນ ກ່ຽວກັບ ເຫດຮ້າຍທີ່ເກີດຂຶ້ນ ໃນຄັ້ງນີ້. ທ່ານກ່າວວ່າ ການໂຈມຕີ ດ້ວຍຄວາມຜິດພາດ ດັ່ງກ່າວ ມີທ່າທາງວ່າ ຈະມີສາເຫດ ມາຈາກບັນຫາ ການປະສານງານກັນ.

ຂະນະດຽວກັນ ທະຫານອັງກິດ ມີກຳນົດ ທີ່ຈະຖອນອອກໄປ ຈາກເຂດທີ່ ວຸ້ນວາຍສຸດເຂດນຶ່ງ ໃນພາກໃຕ້ ອັຟການິສຖານ ໂດຍມອບການຄວບຄຸມ ເຂດເມືອງດັ່ງກ່າວ ໃຫ້ແກ່ທະຫານ ອະເມຣິກັນ.

XS
SM
MD
LG