ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງ ໃນ ອັຟການິສຖານ


ເຈົ້າໜ້າທີ່ ຂອງອົງການເນໂຕ້ ກ່າວວ່າ ທະຫານສະຫະລັດ 5 ຄົນ ໄດ້ເສຍຊີວິດ ໃນການໂຈມຕີ ດ້ວຍລະເບີດ 2 ຄັ້ງ ຢູ່ໃນພາກໃຕ້ອັຟການິສຖານ ບ່ອນທີ່ກອງກຳລັງຂອງນາໆ ຊາດ ພວມເພີ້ມທະວີ ການໂຈມຕີ ຕໍ່ກຸ່ມກະບົດ ທາລີບານ.

ກອງກຳລັງ ໃຫ້ຄວາມຊ່ອຍເຫຼືອ ໃນການຮັກສາຄວາມ ປອດໄພ ນາໆຊາດ ກ່າວໃນວັນເສົາ ມື້ນີ້ວ່າ 4 ຄົນ ໄດ້ເສຍຊີວິດ ຍ້ອນລະເບີດແຄມທາງ ຫຼື IED ຊຶ່ງເປັນ ອາວຸດ ທີ່ກຸມກະບົດ ທາລີບານ ມັກໃຊ້.

ໃນເວລາຕໍ່ມາ ອົງການເນໂຕ້ ກໍແຈ້ງໃຫ້ຊາບ ກ່ຽວກັບການເສຍຊີວິດ ຂອງທະຫານຄົນທີ 5 ໃນການໂຈມຕີ ດ້ວຍລະເບີດແຄມທາງ ຄືກັນ ຢູ່ອີກບ່ອນນຶ່ງ.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ນີ້ເທື່ອ.

ໃນມື້ວານນີ້ ທ່ານ BAN KI-MOON ເລຂາທິການໃຫຍ່ ຂອງອົງການ ສະຫະປະຊາຊາດ ກ່າວວ່າ ແຜນການ ຂອງລັດຖະບານ ອັຟການິສຖານ ທີ່ຈະເຂົ້າກຳ ການຮັກສາ ຄວາມ ປອດໄພ ຂອງປະເທດ ພາຍໃນປີ 2014 ປັບປຸງການ ປົກຄອງ ແລະການປາບປາມ ການສໍ້ລາດບັງຫຼວງນັ້ນ ຈະເປັນຂັ້ນຕອນ ທີ່ຍາວນານ ແລະທ້າທາຍ.

ທ່ານ BAN ໃຫ້ທັດສະນະດັ່ງກ່າວ ຂະນະທີ່ທ່ານ ແຈ້ງໃຫ້ສະພາ ຄວາມໝັ້ນຄົງ ຂອງອົງ ການສະຫະປະຊາຊາດຊາບ ກ່ຽວກັບ ກອງປະຊຸມ ໃຫ້ການຊ່ອຍເຫຼືອ ນາໆຊາດ ທີ່ທ່ານ ໄດ້ເປັນປະທານຮ່ວມ ຢູ່ທີ່ນະຄອນຫຼວງກາບູລ ໃນຕົ້ນອາທິດນີ້ ກ່ຽວກັບ ອະນາຄົດ ຂອງອັຟການິສຖານ

XS
SM
MD
LG