ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດ 50 ຄົນ ຖືກຂ້າຕາຍ ໃນອັຟການິສຖານ


ທະຫານສະຫະລັດ ພວມລາດຕະເວນໃນເຂດພູຜາ ໃນແຂວງ Khost ທາງພາກຕາເວັນອອກອັຟການິສຖານ ປະມານ 30 ຫຼັກກິໂລແມັດ ຫ່າງຈາກຊາຍແດນປາກິສຖານ
ທະຫານສະຫະລັດ ພວມລາດຕະເວນໃນເຂດພູຜາ ໃນແຂວງ Khost ທາງພາກຕາເວັນອອກອັຟການິສຖານ ປະມານ 30 ຫຼັກກິໂລແມັດ ຫ່າງຈາກຊາຍແດນປາກິສຖານ

ອົງການເນໂຕ້ກ່າວວ່າ ທະຫານອັຟການິສຖານແລະກຳລັງປະສົມ ໄດ້ສັງຫານພວກກະບົດ
ຫຼາຍກວ່າ 50 ຄົນໃນລະຫວ່າງການປະຕິບັດງານທາງທະຫານຢູ່ໃນພາກຕາເວັນອອກຂອງ
ອັຟການິສຖານ.

ກຳລັງປະສົມ ກ່າວໃນວັນສຸກມື້ນີ້ວ່າ ການສູ້ລົບກັນທີ່ວ່ານີ້ ໄດ້ເກີດຂຶ້ນ ໃນເຂດເມືອງ Sar
Rawza ແຂວງ Paktika ໃນລະຫວ່າງການບຸກເຂົ້າໄປທຳລາຍ ຄ້າຍຂອງຕາໜ່າງກໍ່ການ
ຮ້າຍ Haqqani ທີ່ນັ້ນ. ຕາໜ່າງດັ່ງກ່າວແມ່ນເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາຍ
ດາ ແລະພວກກະບົດທາລີບານ.

ອົງການເນໂຕ້ເວົ້າວ່າ ບໍລິເວນດັ່ງກ່າວແມ່ນເປັນເຂດທີ່ພວກກະບົດໄດ້ສົ່ງພວກນັກລົບຕ່າງ
ປະເທດເຂົ້າໄປໃນອັຟການິສຖານ ເພື່ອໃຊ້ສຳລັບທຳການໂຈມຕີຢູ່ໃນທົ່ວປະເທດ.

ກຳລັງປະສົມແຈ້ງໃຫ້ຊາບຕື່ມວ່າ ພວກກະບົດທີ່ບໍ່ພໍໃຈໄດ້ແຈ້ງໃຫ້ເຂົາເຈົ້າຊາບກ່ຽວກັບທີ່
ຕັ້ງຂອງຄ້າຍດັ່ງກ່າວ. ເຈົ້າໜ້າທີ່ເວົ້າວ່າ ບໍ່ມີພົນເຮືອນ ຕົກຢູ່ໃນອັນຕະລາຍ ໃນການບຸກ
ໂຈມຕີຄັ້ງນີ້.

XS
SM
MD
LG